(vovworld) – ກອງປະຊຸມສັນຕິພາບ Yemen ຄາດວ່າຈະຈັດຕັ້ງໃນອາທິດໜ້າຢູ່ ເຊີແນວ ( ສະວິດ) ຖືກໂຈະໄວ້ໃນສະພາບການປະທະກັນຄືນໃໝ່ຢູ່ປະເທດເຂດອ່າວນີ້. ວັນທີ 18/5, ໂຄສົກສະຫະປະຊາຊາດ Farhan Haq ຊີ້ແຈ້ງທັດສະນະຂອງສະຫະປະຊາຊາດ ຖືວ່າ: ການປະທະກັນຕ້ອງຢຸດຕິລົງຈຶ່ງສາມາດຈັດຕັ້ງກອງປະຊຸມ ແລະ ເຊີນຜູ້ຕາງໜ້າບັນດາຝ່າຍເຂົ້າຮ່ວມໄດ້. ທ່ານ Farhan Haq ກໍໃຫ້ຮູ້ວ່າ: ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki-moon ສະແດງຄວາມເສຍຫວັງ ຕໍ່ເລື່ອງຕົກລົງຢຸດຍິງມະນຸດສະທຳໃນ 5 ວັນຜ່ານມາ ( ໃນລະຫວ່າງວັນທີ 12-17/5) ຢູ່ Yemen ບໍ່ໄດ້ຮັບການຕໍ່ກຳນົດເວລາ.
ແລະກໍໃນວັນທີ 18/5, ຜູ້ທີ່ປຶກສາຂອງຜູ້ນຳສູງສຸດ ອີຣານ Ali Khamenei , ທ່ານ Akbar Velayati ຮຽກຮ້ອງດຳເນີນການເຈລະຈາຊົນຊາດ Yemen ຢູ່ປະເທດເປັນກາງແທນທີ່ຢູ່ ຊະອຸດີ ອາຣາເບຍ. ໃນຂະນັ້ນ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອີຣານ Mohammad-Javad Zarif ຖືວ່າ: ອົງການຈັດຕັ້ງສາກົນແຫ່ງໜຶ່ງຕ້ອງຮັບຜິດຊອບ ກ່ຽວກັບເລື່ອງແກ່ຍາວເວລາຢຸດຍິງຢູ່ Yemen. ສະນັ້ນ, ຮອດເວລາແລ້ວ ສະຫະປະຊາຊາດຕ້ອງຄວບຄຸມສະພາບການຢູ່ປະເທດນີ້.