ການເຈລະຈາສັນຕິພາບYemenແກ່ຍາວຕື່ມອີກໜຶ່ງສັບປະດາ

ການເຈລະຈາສັນຕິພາບYemenແກ່ຍາວຕື່ມອີກໜຶ່ງສັບປະດາ - ảnh 1
ຮອບ​ເຈລະຈາ​ສັນຕິພາບ​ໂດຍ ສະຫະ​ປະຊາ​ຊາດ​ອຸປະຖຳ
(ພາບ: AFP/TTXVN)

(vovworld) - ວັນ​ທີ 30/7, ກະຊວງ​ການ​ຕ່າງປະ​ເທດ Kuwait, ປະ​ເທດ​ເຈົ້າພາບ​ຈັດ​ຮອບ​ເຈລະຈາ​ສັນຕິພາບ, ​ໂດຍ ສະຫະ​ປະຊາ​ຊາດ​ອຸປະຖຳ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່ Yemen, ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ການ​ເຈລະຈາ​ນີ້​ຈະ​ແກ່ຍາວ​ຕື່ມ​ອີກ​ໜຶ່ງສັບ​ປະດາ. ບັນດາ​ການ​ເຈລະຈາ​ໂດຍ ສະຫະ​ປະຊາ​ຊາດ ອຸປະຖຳ ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່ Yemen ​ໄດ້​ຮັບ​ການ​ດຳ​ເນີນ​ຢູ່ Kuwait ນັບ​ແຕ່​ເດືອນ 4 ຜ່ານ​ມາ, ​ແຕ່​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈລະຈາ​ພັດ​ບໍ່​ຊອກ​ເຫັນ​ທັດສະນະ​ລວມ​ໃນ​ບັນດາ​ບັນຫາ​ຕົ້ນຕໍ. ການ​ປຶກສາ​ຫາລື​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ສຸມ​ໃສ່​ການ​ສ້າງ​ຕັ້ງ​ລັດຖະບານ​ໜຶ່ງ​ໃນ​ໄລຍະ​ຂ້າມ​ຜ່ານ​ຢູ່ Yemen, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຝ່າຍ​ຕ່າງໆ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ເລືອກ​ເຟັ້ນພາກສ່ວນ ​ແລະ ອົງ​ປະກອບ​ຂອງ​ລັດຖະບານ​ຂ້າມ​ຜ່ານ​ເທື່ອ.

ຂ່າວ/ບົດ​ອື່ນ