ການເຈລະຈາສັນຕິພາບຊີຣີຈະເຊື່ອມຕໍ່ຄືນໃໝ່ໃນວັນທີ11/04

ການເຈລະຈາສັນຕິພາບຊີຣີຈະເຊື່ອມຕໍ່ຄືນໃໝ່ໃນວັນທີ11/04 - ảnh 1
ທ່ານ Staffan de Mistura (ພາບ: AFP/TTXVN)

(vovworld) - ວັນ​ທີ 05/04, ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຊີຣີ, ທ່ານ Staffan de Mistura ​ໄດ້​ໄປ​ຮອ​ດ ມົດ​ສະ​ກູ ພົບ​ປະ​ທ່ານ Sergei Lavrov ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດ ລັດ​ເຊຍ ​ເພື່ອກະ​ກຽ​​ມ​ໃຫ້ຮອບ​ເຈລະຈາ​ສັນຕິພາບ​ທີ່ຈະ​ມາ​ເຖິງ​ລະ​ຫວ່າງ​ບັນດາຝ່າຍທີ່​ເຂົ້າ​ຮ່ວມການ​ສູ້​ຮົບ​ຢູ່ ຊີຣີ ຊຶ່ງ​ອາດຈະ​ໄດ້​​ເຊື່ອມ​ຕໍ່​ຄືນ​ໃໝ່ໃນ​ວັນ​ທີ 11/04 ຢູ່ ​ເຊີ​ແນ​ວ ປະ​ເທດ ສະ​ວິດ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ ບັນດາ​ນັກ​​ເຈລະຈາ​ຂອງ​ລັດຖະບານ ຊີຣີ ຈະ​ມາຊ້າ 2, 3 ວັນ ຍ້ອ​ນຄາ​ວຽກການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຢູ່​ປະ​ເທດ​ນີ້. ກ່ອນ​ໜ້າ​ນັ້ນ, ທ່ານ Mistura ​ໃຫ້​ຮູ້​ວ່າ: ທ່ານຈະ​ເລີ່​ມດຳ​ເນີນ​ການ​ເຈລະຈາ​ຮອບໃໝ່​ໃນ​ວັນ​ທີ 11/04 ດ້ວຍ​ການ​ພົບ​ປະ​ກັບ​ບັນດາ​ຜູ້ຕາງໜ້າ​ຂອງ​ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ (HNC), ສຳພັນ​ທະ​ມິດ​ລວມມີ​ຫລາຍ​ກຸ່ມຝ່າຍ​ຄ້ານ​ຢູ່ ຊີຣີ.

ຂ່າວ/ບົດ​ອື່ນ