ການເຈລະຈາຮອບທີ9ກຸ່ມປະຕິບັດງານກ່ຽວກັບການຮ່ວມມືຫວຽດນາມ-ຈີນ
(ພາບປະກອບ)
(vovworld) - ໃນລະຫວ່າງວັນທີ 18 – 21/09 ຢູ່ ຮ່າໂນ້ຍ ໄດ້ດຳເນີນການເຈລະຈາຮອບທີ 9 ກຸ່ມປະຕິບັດງານ ກ່ຽວກັບການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສະດຸ້ງໄວໜ້ອຍບົນທະເລ ຫວຽດນນາມ - ຈີນ. ຫົວໜ້າກຸ່ມປະຕິບັດງານຝ່າຍ ຫວຽດນາມ ແມ່ນທ່ານ ເລກູຍກ່ວຽນ ຫົວໜ້າກົມທະເລ, ຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ. ຫົວໜ້າກຸ່ມປະຕິບັດງານຝ່າຍ ຈີນ ແມ່ນທ່ານ ເຈົາເຈ໋ຍ ຜູ້ຕາງໜ້າກົມຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ. 2 ຝ່າຍຢືນຢັນວ່າ ຈະປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດຢ່າງເຂັ້ມງວດ ຕາມຈິດໃຈ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາບົນທະເລ ຫວຽດນາມ - ຈີນ”, ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສະດຸ້ງໄວໜ້ອຍບົນທະເລ ຫວຽດນາມ - ຈີນ. 2 ຝ່າຍເຫັນດີເປັນເອກະພາບຕໍ່ແນວຄວາມຄິດກ່ຽວກັບເລື່ອງຜັນຂະຫຍາຍການຮ່ວມມືແນວພັນລ້ຽງສິນໃນທະເລຢູ່ອ່າວພາກເໜືອ.