ການເລືອກຕັ້ງ ຢູ່ ກຳປູເຈຍ: ນະຄອນຫຼວງ ພະນົມເປັນ ກຽມພ້ອມແກ່ການດຳເນີນບັ້ນຫາສຽງເລືອກຕັ້ງ
(VOVWORLD) - ວັນທີ 1 ກໍລະກົດ, ອຳນາດການປົກຄອງ ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ ໄດ້ຫ້າມການສັນຈອນໄປມາໃນບາງເສັ້ນທາງ ເພື່ອໃຫ້ບັນດາພັກດຳເນີນການ ໂຮມຊຸມນຸມມິດຕິງ ແລະ ແຫ່ຂະບວນ ໃນຂອບເຂດບັ້ນຂົນຂວາຍຫາສຽງເລືອກຕັ້ງ ເຊິ່ງດຳເນີນໃນເວລາ 3 ອາທິດ, ແຕ່ວັນທີ 1 – 21 ກໍລະກົດ.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ກ່າວຄຳເຫັນໃນການຫາສຽງເລືອກຕັ້ງ (ພາບ: AKP) |
ຕອນເຊົ້າວັນທີ 1 ກໍລະກົດ, ພັກປະຊາຊົນ ກຳປູເຈຍ (CPP) ໄດ້ຈັດການໂຮມຊຸມນຸມມິດຕິງ ຢູ່ຫໍປະຊຸມ ແລະ ງານວາງສະແດງ Koh Pich ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 72 ປີ, ຫຼັງຈາກນັ້ນ ກໍຜັນຂະຫຍາຍການແຫ່ຂະບວນຂົນຂວາຍການຫາສຽງເລືອກຕັ້ງ ດ້ວຍການເຂົ້າຮ່ວມທັງໝົດ 76.500 ຄົນ. ຕອນບ່າຍຂອງວັນດຽວກັນ, ອົງການພັກຮາກຖານ 14 ເມືອງ ຂອງ CPP ກໍ່ໄດ້ຈັດກິດຈະກຳແຫ່ຂະບວນຂົນຂວາຍການຫາສຽງເລືອກຕັ້ງຢູ່ເມືອງຕ່າງໆໃນບໍລິເວນພະນົມເປັນ.
ໄປຄຽງຄູ່ກັນນັ້ນ, ຕອນເຊົ້າວັນທີ 1 ກໍລະກົດ, ບັນດາພັກ ຂະແມສາມັກຄີແຫ່ງຊາດ (KNUP), ຂະແມພົ້ນທຸກ (KAPP) ແລະ ຂະແມປອງດອງ (KUP) ກໍໄດ້ຈັດການໂຮມຊຸມນຸມມິດຕິງ ແລະ ດຳເນີນການແຫ່ຂະບວນໃນເສັ້ນທາງສາຍຕ່າງໆຢູ່ນະຄອນຫຼວງ ພະນົມເປັນເຊັ່ນດຽວກັນ.
ກຳລັງຕຳຫຼວດນະຄອນ ກໍຈັດສົ່ງຕຳຫຼວດກວ່າ 4.000 ຄົນ ເພື່ອຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນໄລຍະດຳເນີນບັ້ນຂົນຂວາຍຫາສຽງເລືອກຕັ້ງຢູ່ ພະນົມເປັນ ນັບແຕ່ວັນທີ 1 – 21 ກໍລະກົດ.