ການເລືອກຕັ້ງ ອາເມລິກາ 2020: ຜູ້ສະໝັກເລືອກຕັ້ງ 2 ທ່ານເພີ່ມຄວາມໄວໃນການແຂ່ງຂັນ ເລືອກຕັ້ງ
(VOVWORLD) -ໃນ 2 ມື້ສຸດທ້າຍ ກ່ອນທີ່ຈະເຂົ້າຮ່ວມການເລືອກຕັ້ງ ປະທານາທິບໍດີ ທີ່ຈະດຳເນີນໃນວັນທີ 3 ພະຈິກ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ດຳເນີນບັ້ນຫາສຽງເລືອກຕັ້ງ 10 ຄັ້ງ ໃນຂະນະທີ່ ທ່ານ Joe Biden ຜູ້ສະໝັກເລືອກຕັ້ງຂອງ ພັກປະຊາທິປະໄຕ ໄດ້ສຸມໃສ່ເຂົ້າລັດ Pennsylvania.
ປະທານາທິບໍດີ ອາເມລິກາ Donald trump ຂົນຂວາຍຫາສຽງເລືອກຕັ້ງ ຢູ່ Green Bay, ລັດ Wisconsin ວັນທີ 30 ຕຸລາ 2020 (ພາບ: USA TODAY/TTXVN) |
ແຈ້ງການໃນວັນທີ 2 ພະຈິກໃຫ້ຮູ້ວ່າ: ທ່ານ Donald Trump ໄດ້ປະຕິບັດ ບັ້ນຫາສຽງເລືອກຕັ້ງ 5 ຄັ້ງ ຢູ່ 5 ລັດທີ່ແຕກຕ່າງກັນໃນວັນອາທິດ ຄື: Macomb County (ລັດ Michigan), Dubuque (ລັດ Iowa), Hickory (ລັດ North Carolina), Rome (ລັດ Georgia) ແລະ Opa-locka (ລັດ Florida). ທ່ານ Mike Pence ຜູ້ສະໝັກເລືອກຕັ້ງ ຕຳແໜ່ງຮອງປະທານາທິບໍດີ ອາເມລິກາ ໄດ້ດຳເນີນບັ້ນຫາສຽງເລືອກຕັ້ງຢູ່ North Carolina ເປັນເວລາ 2 ມື້ຢ່າງລຽນຕິດ, ເຊິ່ງເປັນບ່ອນທີ່ທ່ານໄດ້ເຂົ້າຮ່ວມພິທີໜຶ່ງຢູ່ໂບດ ພ້ອມກັບຄຸນພໍ່ Franklin Graham ຢູ່ Boone ໃນວັນອາທິດ.
ສ່ວນທ່ານ Joe Biden ໄດ້ຜັນຂະຫຍາຍບັ້ນຫາສຽງເລືອກຕັ້ງ ຢູ່ Pennsylvania. ຕາມແຜນການແລ້ວ, ຜູ້ສະໝັກເລືອກຕັ້ງ ຂອງພັກປະຊາທິປະໄຕຈະມີບັນດາບົດກ່າວປາໄສຫາສຽງເລືອກຕັ້ງ ຢູ່ Philadelphia. ສ່ວນຜູ້ສະໝັກເລືອກຕັ້ງຮອງປະທານາທິບໍດີ Kamala Harris ໄດ້ດຳເນີນບັນດາບັ້ນຫາສຽງເລືອກຕັ້ງ ຢູ່ Gwinnett (ລັດ Georgia) ແລະ Fayetteville ( ລັດ North Carolina) ໃນວັນທີ 2 ພະຈິກນີ້.