ການ​ເລືອ​ກ​ຕັ້ງ ອາ​ເມ​ລິ​ກາ 2024: ທ່ານ​ນາງ Kamala Harris ພວມ​ມີ​ທ່າ​ໄດ້​ປຽບ​ຕໍ່​ທ່ານ Donald Trump

(VOVWORLD) - ຕາມໝາກຜົນຂອງການສຳຫຼວດທີ່ໄດ້ປະກາດໃນວັນທີ 22 ກັນຍາ ຂອງ NBC, ໃນຈຳນວນຜູ້ມີສິດເລືອກຕັ້ງ 1000 ຄົນທີ່ໄດ້ທາບທາມຄຳເຫັນ, ມີ 48%ຈຳນວນຜູ້ໄດ້ຖາມມີການຕອບກັບທີ່ຕັ້ງໜ້າໃຫ້ແກ່ທ່ານນາງ Harris, ໃນຂະນະທີ່ທ່ານ Trump ໄດ້ຮັບ ພຽງແຕ່ 38% ເທົ່ານັ້ນ
ການ​ເລືອ​ກ​ຕັ້ງ ອາ​ເມ​ລິ​ກາ 2024: ທ່ານ​ນາງ Kamala Harris ພວມ​ມີ​ທ່າ​ໄດ້​ປຽບ​ຕໍ່​ທ່ານ Donald Trump - ảnh 1ທ່ານນາງ Kamala Harris ຮອງປະທານາທາບໍດີ ອາເມິລກາ (ພາບ: Kyodo/TTXVN)

ໝາກຜົນຂອງການຢັ່ງຫາສຽງເລືອກຕັ້ງຄັ້ງຫຼ້າສຸດ ໂດຍສຳນັກຂ່າວສານ NBC ແລະ CBS ປະຕິບັດ ສະແດງໃຫ້ເຫັນວ່າ ທ່ານນາງ Kamala Harris ຮອງປະທານາທາບໍດີ ອາເມິລກາ ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກປະຊາທິປະໄຕ, ພວມມີສັນຍານບຸກທະລຸເມື່ອທຽບໃສ່ກັບຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສາທາລະນະ ໂດຍແມ່ນທ່ານ Donald Trump, ເມື່ອນຳໜ້າທ່ານອະດີດປະທານາທິບໍດີ ອາເມລິກາ ໃນບັນດາການຢັ່ງຫາສຽງເລືອກຕັ້ງ.

ລະອຽດແມ່ນ, ຕາມໝາກຜົນຂອງການສຳຫຼວດທີ່ໄດ້ປະກາດໃນວັນທີ 22 ກັນຍາ ຂອງ NBC, ໃນຈຳນວນຜູ້ມີສິດເລືອກຕັ້ງ 1000 ຄົນທີ່ໄດ້ທາບທາມຄຳເຫັນ, ມີ 48%ຈຳນວນຜູ້ໄດ້ຖາມມີການຕອບກັບທີ່ຕັ້ງໜ້າສະຫງວນໃຫ້ທ່ານນາງ Harris, ໃນຂະນະທີ່ທ່ານ Trump ໄດ້ຮັບ ພຽງແຕ່ 38% ເທົ່ານັ້ນ. ໃນຂະນະນັ້ນ, ການສຳຫຼວດຂອງ CBS ສະແດງໃຫ້ເຫັນວ່າ ທ່ານນາງ Kamala Harris ນຳໜ້າທ່ານ Trumpດ້ວຍ 4 ຄະແນນ%, ດ້ວຍອັດຕາສ່ວນ 52% - 48%. ບັນດາໝາກຜົນນີ້ເໝາະສົມ ກັບ ການສຳຫຼວດຫວ່າງແລ້ວນີ້ ໂດຍສຳນັກຂ່າວສານ Reuters/Ipsos ປະຕິບັດ ເຖິງວ່າການສຳຫຼວດນີ້ສະແດງໃຫ້ເຫັນການແຂ່ງຂັນກັນຢ່າງດຸເດືອດກ່ວາ ລະຫວ່າງ ຜູ້ອອກສະໝັກຮັບເລືອກຕັ້ງ 2 ຄົນ.

ວົງການນັກໄຈ້ແຍກ ໄດ້ໃຫ້ຂໍ້ສັງເກດວ່າ ເຖິງວ່າບັນດາການຢັ່ງຫາສຽງໃນທົ່ວປະເທດ ອາເມລິກາ ສະແດງໃຫ້ເຫັນຫຼາຍສັນຍານສຳຄັນ, ເຖິງຢ່າງໃດກໍຕາມ ຈຳນວນບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງ ຈຶ່ງແມ່ນປັດໄຈຕັດສິນເຖິງຄວາມສາມາດຍາດໄດ້ໄຊຊະນະຂອງທ່ານ Trump ຫຼື ທ່ານນາງ Harris. ໃນນັ້ນ, ມີບາງລັດສວມບົດບາດຫຼັກແຫຼ່ງໃນການແຂ່ງຂັນນີ້ຄື: Pennsylvania, Nevada ຫຼື Wisconsin.

ຕອບກັບ

ຂ່າວ/ບົດ​ອື່ນ