ການເລືອກຕັ້ງປະທາ ນາທິບໍດີອາເມລິກາ: ຄວາມມານະພະຍາ ຍາມສຸດທ້າຍ
Nhat Quynh-Huy Hoang ນັກຂ່າວ VOV ປະຈຳອາເມລິກາ -  
ທ່ານ Barack Obama ແລະ ທ່ານ Mitt Romney
(ພາບ:thanhnien.com.vn)
(VOV)- ໃນວັນສຸດທ້າຍຂອງບັ້ນຫາສຽງເລືອກຕັ້ງເປັນປະທານາທິບໍດີອາເມລິກາ, ປະທານາທິບໍດີ Barack Obama ແລະ ທ່ານ Mitt Romney ແລະບັນດາຜູ້ຮ່ວມງານໄດ້ມີແຜນຂົນຂວາຍຫຼາຍທີ່ສຸດຢູ່ບັນດາລັດທີ່ມີລັກສະນະຕັດສິນ. ວັນທີ 6/11, ຜູ້ອອກສະໝັກຮັບເລືອກຕັ້ງ Romney ໄດ້ໄປລັດ Ohio ແລະ Pennsylvania ດວ້ຍຄວາມຫວັງຈະເກ້ຍກ່ອມບັນດາຜູ້ມີສິດເລືອກຕັ້ງທີ່ພວມລັ່ງເລໃຈ. ກ່ອນໜ້ານັ້ນທ່ານໄດ້ມີບົດກ່າວປາໄສຢູ່ລັດ Florida ຊື່ງໄດ້ເວົ້າເຖິງອະນາຄົດຂອງປະເທດອາເມລິກາ ຖ້າຫາກວ່າທ່ານກາຍເປັນປະທານາທິບໍດີ:
“ອະນາຄົດອັນສົດໃສ, ເປີດກ້ວາງພວມລໍຄອຍພວກເຮົາ. ຈົ່ງຮຽງບ່າຮຽງໄລ່ກັບຂ້າພະເຈົ້າ. ນັບແຕ່ມື້ອື່ນພວກເຮົາຈະເລີ່ມຕົ້ນອະນາຄົດໃໝ່. ພວກເຮົາຈະສ້າງປະເທດອາເມລິກາ ມີຄວາມເຂັ້ມແຂງ ແລະ ວັດທະນາຖາວອນ“.
ໃນວັນດຽວກັນ, ປະທານາທິບໍດີ Barack Obama ໄດ້ດຳເນີນບັນດາການພົບປະກັບຜູ້ມີສິດເລືອກຕັ້ງຢູ່ລັດ Wisconsin, Ohio ແລະ Iowa ກ່ອນທີ່ຈະກັບຄືນ Chicago ເພື່ອຕິດຕາມໝາກຜົນການເລືອກຕັ້ງ. ກ່າວຄຳເຫັນຕໍ່ບັນດາຜູ້ມີສິດເລືອກຕັ້ງລັດ Wisconsin, ປະທານາທິບໍດີ Barack Obama ເນັ້ນໜັກວ່າ:
“ນີ້ແມ່ນຈຸດເວລາທີ່ພວກເຮົາຕ້ອງມຸ້ງໄປເຖິງອະນາຄົດ, ເພື່ອສັ່ງສອນລູກຫຼານ, ບຳລຸງສ້າງຖັນແຖວກຳມະກອນ, ສ້າງວຽກເຮັດງານທຳໃໝ່, ສົ່ງນັກຮົບກັບເມືອບ້ານ, ເອົາໃຈໃສ່ເບິ່ງແຍງອະດີດນັກຮົບ, ຟື້ນຟູພື້ນຖານປະຊາທິປະໄຕ. ພວກເຮົາຈະຢັ້ງຢືນຈິດໃຈສ້າງປະເທດອາເມລິກາ ເປັນປະເທດໝັ້ນຄົງເຂັ້ມແຂງຄືນໃໝ່“.
Nhat Quynh-Huy Hoang ນັກຂ່າວ VOV ປະຈຳອາເມລິກາ