ການເລືອກຕັ້ງປະທານາທິບໍດີ ຝລັ່ງ 2022: ທ່ານນາງ Le Pen ຜູ້ອອກສະໜັກເລືອກຕັ້ງ ປະທານາທິບໍດີ ຝລັ່ງ ສະໜັບສະໜູນໃຫ້ປັບປຸງການພົວພັນລະຫວ່າງ NATO - ລັດເຊຍ
(VOVWORLD) -ວັນທີ 13 ເມສາ, ທ່ານນາງ Marine Lepen ຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີ ພັກຝ່າຍຂວາຂອງຝລັ່ງ ໃຫ້ຮູ້ວ່າ ທ່ານນາງຈະສະເໜີການປັບປຸງການພົວພັນລະຫວ່າງ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ແລະ ລັດເຊຍ.
ທ່ານນາງ Marine Lepen ຜູ້ອອກສະໝັກເລືອກຕັ້ງປະທານາທິບໍດີ ພັກຝ່າຍຂວາຂອງຝລັ່ງ
(ພາບ: AFP/TTXVN)
|
ໄປຄຽງຄູ່ກັນນັ້ນ, ທ່ານນາງ Marine Lepen ກໍ່ໃຫ້ຮູ້ວ່າ: ຖ້າທ່ານເອງໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ຝລັ່ງ, ອີກຄັ້ງໜຶ່ງ ປາຣີ ຈະຖອນຕົວອອກຈາກກອງບັນຊາການໃຫຍ່ກຳລັງ NATO ຄືກັບທີ່ໄດ້ປະຕິບັດມາໃນປີ 1966. ນອກຈາກນັ້ນ, ທ່ານນາງ Marine Lepen ຍັງເນັ້ນໜັກວ່າ ບໍ່ຢາກຖອກປະເທດຝລັ່ງ ອອກຈາກ ສະຫະພາບ ເອີລົບ (EU) ແລະ ຢັ້ງຢືນວ່າ ທ່ານນາງຈະເຄົາລົບຂໍ້ຕົກລົງ ປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.