ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ: ທົ່ວ​ປະ​ເທດ ມີ 35,4% ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ໃນ​ມື້​​ທຳ​ອິດ

(VOVWORLD) - ຕາມແຈ້ງການຂອງຄະນະກຳມະການເລືອກຕັ້ງສູນກາງລັດເຊຍແລ້ວ, ອັດຕາຜູ້ມີສິດເລືອກຕັ້ງໃນທົ່ວປະເທດແມ່ນ 35,4%. ຜູ້ມີສິດເລືອກຕັ້ງກວ່າ 3 ລ້ານຄົນ ໄດ້ເຂົ້າຮ່ວມການເລືອກຕັ້ງແບບທາງໄກ, ກວມເອົາ 75%. 
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ: ທົ່ວ​ປະ​ເທດ ມີ 35,4% ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ໃນ​ມື້​​ທຳ​ອິດ - ảnh 1ປະຊາຊົນ ລັດເຊຍ ຕັ້ງໜ້າໄປເລືອກຕັ້ງ (ພາບ: VOV)

ມື້ປ່ອນບັດທຳອິດໃນການເລືອກຕັ້ງປະທານາທິບໍດີ ລັດເຊຍ ໄດ້ສິ້ນສຸດລົງຢູ່ທຸກເຂດພາກໃນທົ່ວປະເທດລັດເຊຍ ໃນເວລາ 20 ໂມງ (ວັນທີ 15 ມີນາ ຕາມເວລາມົດສະກູ). ຕາມແຈ້ງການຂອງຄະນະກຳມະການເລືອກຕັ້ງສູນກາງລັດເຊຍແລ້ວ, ອັດຕາຜູ້ມີສິດເລືອກຕັ້ງໃນທົ່ວປະເທດແມ່ນ 35,4%. ຜູ້ມີສິດເລືອກຕັ້ງກວ່າ 3 ລ້ານຄົນ ໄດ້ເຂົ້າຮ່ວມການເລືອກຕັ້ງແບບທາງໄກ, ກວມເອົາ 75%. ສະເພາະຢູ່ ມົດສະກູ, ມີຜູ້ມີສິດເລືອກຕັ້ງປະມານ 3 ລ້ານຄົນ ໄດ້ເຂົ້າຮ່ວມການປ່ອນບັດທັງແບບໂດຍກົງ ແລະ ທາງໄກ. ນີ້ແມ່ນຈຳນວນຜູ້ມີສິດເລືອກຕັ້ງຫຼາຍທີ່ບໍ່ເຄີຍມີມາກ່ອນ.

        ທ່ານປະທານາທິບໍດີ ລັດເຊຍ Putin ໄດ້ເຂົ້າຮ່ວມການປ່ອນບັດແບບທາງໄກນັບແຕ່ຕອນເຊົ້າ. ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານສະພາຕ່ຳ ລັດເຊຍ Vyacheslav Volodin ແລະ ທ່ານປະທານສະພາສູງ ລັດເຊຍ Valentina Matviyenko ກໍໄດ້ໄປປ່ອນບັດເຊັ່ນດຽວກັນ.  

        ໄລ່ມາຮອດປັດຈຸບັນ, ການເລືອກຕັ້ງປະທານາທິບໍດີ ໄດ້ດຳເນີນໄປຢ່າງປອດໄພ.

        ການເລືອກຕັ້ງປະທານາທິບໍດີ ລັດເຊຍ ໄດ້ດຳເນີນແຕ່ວັນທີ 15 – 17 ມີນາ, ເຊິ່ງເປັນຄັ້ງທຳອິດທີ່ເຫດການນີ້ໄດ້ດຳເນີນພາຍໃນ 3 ວັນ ທັງຮູບແບບປ່ອນບັດແບບທາງໄກ. ໂດຍມີຜູ້ສະໝັກເລືອກຕັ້ງ 4 ທ່ານເຂົ້າຮ່ວມການເລືອກຕັ້ງ, ໃນນັ້ນ ມີທ່ານປະທານາທິບໍດີລັດເຊຍ ຄົນປັດຈຸບັນ Vladimir Putin, ເຊິ່ງເປັນຜູ້ສະໝັກເລືອກຕັ້ງດ້ວຍຖານະເປັນຜູ້ສະໝັກເລືອກຕັ້ງເອກະລາດ.

ທູຮ່າ - ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ