ການເລືອກຕັ້ງປະທານາທິບໍດີ ລັດເຊຍ: ຜູ້ມີສິດເລືອກຕັ້ງ ລັດເຊຍ 3 ລ້ານຄົນ ຈົດທະບຽນປ່ອນບັດແບບທາງໄກ
(VOVWORLD) - ການເລືອກຕັ້ງປະທານາທິບໍດີ ລັດເຊຍ ໄດ້ຈັດຂຶ້ນແຕ່ວັນທີ 15 ມີນາ - 17 ມີນາ ແລະ ການເລືອກຕັ້ງທາງໄກຈະດຳເນີນໃນ 29 ເຂດໃນທົ່ວປະເທດ.
ວັນທີ 10 ມີນາ, ກະຊວງພັດທະນາດີຈີຕອນ ສະຫະພັນ ລັດເຊຍ ໃຫ້ຮູ້ວ່າ ຜູ້ມີສິດເລືອກຕັ້ງກ່ວາ 3 ລ້ານຄົນຂອງປະເທດນີ້ ຈະບໍ່ປ່ອນບັດໃນການເລືອກຕັ້ງປະທານາທິບໍດີ ລັດເຊຍ ຕາມສະຖານທີ່ລົງທະບຽນປ່ອນບັດເລືອກຕັ້ງຂອງເຂົາເຈົ້າ ແຕ່ຫາກເຂົາເຈົ້ານຳໃຊ້ ການບໍລິການ “ຜູ້ມີສິດເລືອກຕັ້ງເຄື່ອນທີ” ໃນປະຕູຖານ “ການບໍລິການແຫ່ງລັດ”. ເພື່ອປ່ອນບັດ ເລືອກຕັ້ງປະທານາທິບໍດີ ບໍ່ແມ່ນຢູ່ສະຖານທີ່ລົງທະບຽນ ແຕ່ແມ່ນຕາມສະຖານທີ່ສະດວກ, ຜູ້ມີສິດເລືອກຕັ້ງ ກໍ່ສາມາດສົ່ງໃບລົງທະບຽນຜ່ານປະຕູຖານການບໍລິການແຫ່ງລັດ. ມີຜູ້ມີສິດເລືອກຕັ້ງຫຼາຍກ່ວາ 3 ລ້ານຄົນ ໄດ້ນຳໃຊ້ການບໍລິການ “ຜູ້ມີສິດເລືອກຕັ້ງ ເຄື່ອນທີ່” ໃນປະຕູຖານນີ້. ພົນລະເມືອງ ລັດເຊຍ ອາດຈະສົ່ງໃບລົງທະບຽນເລືອກຕັ້ງແບບທາງໄກ ຂອງຕົນ ຮອດເວລາ 23 ໂມງ 59 ນາທີຂອງວັນທີ 11 ມີນາຕາມເວລາ ມົດສະກູ.
ຄາດວ່າ ການເລືອກຕັ້ງປະທານາທິບໍດີ ລັດເຊຍ ໄດ້ຈັດຂຶ້ນແຕ່ວັນທີ 15 ມີນາ - 17 ມີນາ. ການເລືອກຕັ້ງທາງໄກຈະດຳເນີນໃນ 29 ເຂດໃນທົ່ວປະເທດ. ມີຜູ້ສະໝັກເລືອກຕັ້ງ 4 ທ່ານ ໂດຍຄະນະກຳມະການເລືອກຕັ້ງສູນກາງຈົດທະບຽນເຂົ້າຮ່ວມການແຂ່ງຂັນເລືອກຕັ້ງເຊິ່ງແມ່ນ: ທ່ານ Leonid Slutsky, ທ່ານ Nikolai Kharitonov, ທ່ານ Vladislav Davankov ແລະ ທ່ານປະທານາທິບໍດີ ຄົນປັດຈຸບັນ Vladimir Putin.