ການ​ເລ​ືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ 2024 ດ້ວຍ​ການ​ປ່ອນ​ບັດ​ໃນ​ເບື້ອງ​ຕົ້ນ​ຂອງ​ພັກ​ສາ​ທາ​ລະ​ນະ

(VOVWORLD) - ໃນຂະນະທີ່ພັກສາທາລະນະ ຈັດການເລືອກຕັ້ງຕາມຮູບແບບ “ກອງປະຊຸມລັດບ”, ເຕົ້າໂຮມກັນຢູ່ສະຖານທີ່ຕ່າງໆ ແລະ ກຳນົດເວລາເລືອກຕັ້ງໂດຍກົງ ດ້ວຍວິທີຍົກມືອອກສຽງ, ສ່ວນພັກປະຊາທິປະໄຕ ໄດ້ຈັດການເລືອກຕັ້ງດ້ວຍການ “ປ່ອນບັດ” ຜ່ານຈົດໝາຍ. 

       ການເລືອກຕັ້ງປະທານາທິບໍດີ ອາເມລິກາ 2024 ໄດ້ເລີ່ມຂຶ້ນດ້ວຍກອງປະຊຸມຕ່າງໆເພື່ອສະເໜີຜູ້ສະໝັກຂອງແຕ່ລະລັດ, ໂດຍເປີດສາກແມ່ນກອງປະຊຸມລັບຂອງພັກສາທາລະນະຢູ່ລັດ Iowa ໃນວັນທີ 15 ມັງກອນ.

        ລັດ Iowa ແມ່ນລັດທຳອິດ ເຊິ່ງທັງພັກສາທາລະນະ ແລະ ພັກປະຊາທິປະໄຕ ລ້ວນແຕ່ຈັດການເລືອກຕັ້ງໃນເບື້ອງຕົ້ນ ເພື່ອຄັດເລືອກເອົາຜູ້ສະໝັກ ເຂົ້າຮ່ວມການອອກສະໝັກເລືອກຕັ້ງປະທານາທິບໍດີ, ແຕ່ດຳເນີນດ້ວຍບັນດາຮູບແບບທີ່ແຕກຕ່າງກັນ. ໃນຂະນະທີ່ພັກສາທາລະນະ ຈັດການເລືອກຕັ້ງຕາມຮູບແບບ “ກອງປະຊຸມລັດບ”, ເຕົ້າໂຮມກັນຢູ່ສະຖານທີ່ຕ່າງໆ ແລະ ກຳນົດເວລາເລືອກຕັ້ງໂດຍກົງ ດ້ວຍວິທີຍົກມືອອກສຽງ, ສ່ວນພັກປະຊາທິປະໄຕ ໄດ້ຈັດການເລືອກຕັ້ງດ້ວຍການ “ປ່ອນບັດ” ຜ່ານຈົດໝາຍ. ຜົນຂອງການບ່ອນບັດໃນເບື້ອງຕົ້ນນີ້ ຈະໄດ້ປະກາດໃນວັນທີ 05 ມີນາ. ເລື່ອງພັກປະຊາທິປະໄຕ ໄດ້ປ່ຽນແປງຮູບແບບການເລືອກຕັ້ງນັ້ນ ໄດ້ເຮັດໃຫ້ຫາງສຽງສຸມຄວາມສົນໃຈໄປຍັງພັກສາທາລະນະ.

        ຕາມແຈ້ງການຂອງຜູ້ຕາງໜ້າຂອງພັກສາທາລະນະ ລັດ Iowa ແລ້ວ, ໄລ່ຮອດປັດຈຸບັນ ມີຜູ້ສະໝັກເຂົ້າຮ່ວມການບ່ອນບັດໃນເບື້ອງຕົ້ນ 6 ທ່ານ, ເຊິ່ງລວມມີ: ທ່ານອະດີດປະທານາທິບໍດີ Donald Trump, ຜູ້ວ່າການລັດ Florida Ron DeSantis, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ທ່ານນາງ Nikki Haley, ນັກທຸລະກິດດ້ານເຕັກໂນໂລຢີຊີວະວິທະຍາ ທ່ານ Vivek Ramaswamy, ທ່ານອະດີດຜູ້ວ່າການລັດ Arkansas Asa Hutchinson ແລະ ຄຸນພໍ່ Ryan Binkley.

ຫວູເຮີບ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ