ການເລືອກຕັ້ງຢູ່ ອາເມລິກາ 2020

(VOVWORLD) - ຕາມໝາກຜົນການຢັ່ງຫາງສຽງຄັ້ງຫຼ້າສຸດ ໂດຍ CNN/SSRS ປະຕິບັດ, ປັດຈຸບັນ, ທ່ານ Joe Biden ອະດີດຮອງປະທານາທິບໍດີ ອາເມລິກາ ມີຜູ້ສະຫນັບສະຫນູນຫລາຍກວ່າທ່ານ Bernie Sanders ສະມາຊິກສະພາສູງ ອາເມລິກາ.
ການເລືອກຕັ້ງຢູ່ ອາເມລິກາ 2020 - ảnh 1 ທ່ານ Joe Biden ອະດີດຮອງປະທານາທິບໍດີ ອາເມລິກາ (ພາບ: AFP/TTXVN)

ໝາກຜົນການຢັ່ງຫາງສຽງໃຫ້ຮູ້ວ່າ 52% ຈຳນວນຜູ້ມີສິດເລືອກຕັ້ງພັກປະຊາທິປະໄຕປາດຖະໜາຢາກໃຫ້ຜູ້ສະໝັກເລືອກຕັ້ງ Joe Biden ຍາດໄດ້ບັດສະໜັບສະໜູນເພື່ອອອກສະໝັກເລືອກຕັ້ງຂອງພັກດັ່ງກ່າວ ເພື່ອກາຍເປັນຄູ່ແຂ່ງກັບທ່ານປະທານາທິບໍດີ Donald Trump ຂອງພັກສາທາລະນະ ໃນການແຂ່ງຂັນເລືອກຕັ້ງປະທານາທິບໍດີ ອາເມລິກາ ເຊິ່ງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ. ໃນຂະນະນັ້ນ, ມີພຽງແຕ່ 32% ຈຳນວນຜູ້ເຂົ້າຮ່ວມການຢັ່ງຫາງສຽງສະໜັບສະໜູນທ່ານ Bernie Sanders.

ຕອບກັບ

ຂ່າວ/ບົດ​ອື່ນ