ທ່ານນາງອະດີດລັດຖະມົນຕີວ່າການກະຊວງການຕ່າງປະເທດ
ອາເມລິກາ Hillary Clinton
(ພາບ: AFP)
|
(vovworld) – ວັນທີ 27/2, ທ່ານນາງອະດີດລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ Hillary Clinton ຍາດໄດ້ໄຊຊະນະໃນການເລືອກຕັ້ງຂັ້ນຕົ້ນຊຶ່ງດຳເນີນໄປໃນວັນດຽວກັບຢູ່ລັດ Carolina ໃຕ້ ເພື່ອແນໃສ່ຊ່ວງເສັງຍາດສິດຕາງໜ້າໃຫ້ພັກປະຊາທິປະໄຕໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຈະຈັດຕັ້ງໃນເດືອນ 11/2016. ຄາດວ່າ, ຜົນຂອງການນັບບັດສຸດທ້າຍຈະໄດ້ຮັບການປະກາດໃນຕອນເຊົ້າວັນທີ 28/2 (ຕາມເວລາທ້ອງຖິ່ນ). ເປັນອັນວ່າ, ມາຮອດຈຸດເວລານີ້, ທ່ານນາງ Hillary Clinton ຍາດໄດ້ໄຊຊະນະ 3 ຄັ້ງໃນຈຳນວນການເລືອກຕັ້ງຂັ້ນຕົ້ນ 4 ຄັ້ງຂອງພັກປະຊາທິປະໄຕ. ນີ້ແມ່ນບາດກ້າວສຳຄັນກ່ອນທີ່ທ່ານນາງ Hillary ກ້າວເຂົ້າສູ່ການເລືອກຕັ້ງໃນວັນທີ 1/3 ຈະມາເຖິງ - ເຊິ່ງແມ່ນຈຸດເວລາ 12 ລັດ ແລະ ເຂດແຄ້ວນ Samoa ຂອງ ອາເມລິກາ ດຳເນີນການເລືອກຕັ້ງຂັ້ນຕົ້ນເພື່ອເລືອກເຟັ້ນຜູ້ສະໝັກຮັບເລືອກຕັ້ງຂອງພັກ.