ການເລືອກຕັ້ງສະພາສິດທິມະນຸດ ອາຍຸການ 2024-2026

(VOVWORLD) - 15 ປະເທດທີ່ໄດ້ຮັບການເລືອກຕັ້ງໃໝ່ຈະເລີ່ມຕົ້ນອາຍຸການສະມາຊິກສະພາສິດທິມະນຸດແຕ່ວັນທີ 01 ມັງກອນ ປີ 2024
ການເລືອກຕັ້ງສະພາສິດທິມະນຸດ ອາຍຸການ 2024-2026  - ảnh 1(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ປ່ອນບັດ)

          ວັນທີ 10 ຕຸລາ, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຖືກຂຶ້ນຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ ເພື່ອເລືອກຕັ້ງສະມາຊິກຄົນໃໝ່ 15 ປະເທດຂອງສະພາສິດທິມະນຸດ ອາຍຸການໃໝ່ 2024-2026. ຕາມນັ້ນແລ້ວ, ສະມາຊິກໃໝ່ລວມມີ: ອິນໂດເນເຊຍ, ຄູເວດ, ຈີນ, ຍີ່ປຸ່ນ, ກູບາ, ບຣາຊິນ, ສ.ໂດມີນີກາ, ໂຮນລັງ, ຝລັ່ງ, ອານບານີ, ບຸນກາຣີ, ມາລາວີ, ໂກຕີວົວ, ການາ, ບູຣຸນດີ. 15 ປະເທດທີ່ໄດ້ຮັບການເລືອກຕັ້ງໃໝ່ຈະເລີ່ມຕົ້ນອາຍຸການສະມາຊິກສະພາສິດທິມະນຸດແຕ່ວັນທີ 01 ມັງກອນ ປີ 2024 ພ້ອມກັບສະມາຊິກປະຈຸບັນ, ໃນນັ້ນມີຫວຽດນາມ.

          ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສົ່ງຄຳອວຍພອນເຖິງບັນດາປະເທດສະມາຊິກໃໝ່ຂອງສະພາສິດທິມະນຸດ ແລະ ສະແດງຄວາມປາດຖະໜາຂອງ ຫວຽດນາມ, ໃນຖານະເປັນປະເທດພວມເປັນສະມາຊິກ, ຍູ້ແຮງການຮ່ວມມື ແລະ ພ້ອມກັບບັນດາປະເທດສະມາຊິກໃໝ່ຍົກສູງບົດບາດຂອງອົງການນີ້ໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ