ການເຮັດວຽກຂອງສະພາແຫ່ງຊາດໃນວັນທີ 6/11
ພາບປະກອບ
(vovworld) – ວາລະປຶກສາຫາລືໄດ້ຮັບການຖ່າຍທອດສົດທາງໂທລະພາບ ແລະ ວິທະຍຸ. ບາງເນື້ອໃນໃນຮ່າງກົດໝາຍຍັງມີຄວາມເຫັນແຕກຕ່າງກັນໄດ້ຮັບການສຸມໃສ່ປຶກສາຫາລືຄື: ການຖອນທີ່ດິນຄືນ, ລາຄາທີ່ດິນ ແລະ ນະໂຍບາຍການຊົດເຊີຍ, ສິດນຳໃຊ້ທີ່ດິນ ຫຼື ໄລຍະເວລາມອບທີ່ດິນ ຫຼື ບັນຫາສິດເປັນເຈົ້າຂອງທົ່ວປວງຊົນສຳລັບທີ່ດິນຄວນເໝາະສົມກັບທາດແທ້ຂອງລະບອບສັງຄົມນິຍົມ. ມີເນື້ອໃນຈຳນວນໜຶ່ງຂອງຮ່າງກົດໝາຍກໍ່ໄດ້ຮັບການປັບປຸງ, ເພີ່ມເຕີມເພື່ອຮັບປະກັນລັກສະນະເອກະພາບລະຫວ່າງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທ່ານນາງ ດັ້ງທິມິເຮືອງ, ສະມາຊິກສະພາແຫ່ງຊາດແຂວງ ນິງທ້ວນ, ເນັ້ນໜັກວ່າຂໍ້ກຳນົດກ່ຽວກັນລາຄາທີ່ດິນທີ່ ບໍ່ທັນຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນທີ່ຖືກຖອນທີ່ດິນ ຄືນ. ທ່ານນາງ ດັ້ງທິມິເຮືອງ ເນັ້ນໜັກວ່າ.
“ເລື່ອງກຳນົດລາຄາທີ່ດິນ ເມື່ອລັດຖອນທີ່ດິນຄືນ ຕ້ອງຄິດໄລ່ເຖິງຜົນກຳໄລທີ່ສ້າງຂຶ້ນໃນອະນາຄົດ ເມື່ອສິດນຳໃຊ້ທີ່ດິນຂອງປະຊາຊົນຖືກຖອນຄືນ, ຕ້ອງເຮັດແນວໃດເພື່ອໃຫ້ເງິນຊົດເຊີຍສາມາດຮັບປະກັນໃຫ້ປະຊາຊົນມີ ຊີວິດເທົ່າທຽມ ຫຼື ດີກວ່າເກົ່າ”
ຕອນບ່າຍວັນທີ 6/11, ສະພາແຫ່ງຊາດຮັບຟັງໃບສະເໜີ ແລະ ບົດລາຍງານກ່ຽວກັບການກວດກາຮ່າງກົດໝາຍ 4 ສະບັບຄື: ຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການສົມລົດ (ສະບັບປັບປຸງ) ແລະ ຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບ. ຕາມໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ) ໂດຍລັດຖະມົນຕີກະຊວງກໍ່ສ້າງ ຈິ້ງດິ່ນຢຸ້ງ ລາຍງານ, ມີບັນດາເນື້ອໃນໃໝ່, ສ່ວນຫຼາຍແມ່ນການປ່ຽນໃໝ່ແບບວິທີຄຸ້ມຄອງໂຄງການ, ການວາງແຜນກຳນົດໂຄງການ, ການຄຸ້ມຄອງລັດ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍໃນການກໍ່ສ້າງ. ນີ້ແມ່ນບັນດາບັນຫາທີ່ຈະປະກອບສ່ວນຄຸ້ມຄອງຂົງເຂດກໍ່ສ້າງຢູ່ຫວຽດນາມຢ່າງແໜ້ນແຟ້ນ. ບົດລາຍງານຕິດຕາມກວດກາ ໂດຍທ່ານ ຟານຊວນຢຸ້ງ ກຳມະການ ຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ລາຍງານ ກໍ່ຢືນຢັນວ່າ, ຮ່າງກົດໝາຍໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ຮັບເອົາຫຼາຍຄຳເຫັນປະກອບຂອງສັງຄົມ. ໃນນັ້ນສຸມໃສ່ການຄຸ້ມຄອງບັນດາໂຄງການກໍ່ສ້າງ ເພື່ອແນໃສ່ຫຼີກເວັ້ນການຮົ່ວໄຫຼທຶນ ແລະ ປ່ຽນໃໝ່ກົນໄກລົງທຶນກໍ່ສ້າງບົນພື້ນຖານຄຸ້ມຄອງແຫຼ່ງທຶນ, ໃນນັ້ນມີງົບປະມານຂອງລັດຢ່າງເຄັ່ງຄັດ. ຮ່າງກົດໝາຍກໍ່ເຮັດແຈ້ງຄວາມຮັບຜິດຊອບໜ້າທີ່ຄຸ້ມຄອງລັດ, ນັບແຕ່ຄວາມຮັບຜິດຊອບຂອງຜູ້ຕົກລົງລົງທຶນ, ເຈົ້າຂອງລົງທຶນ ແລະ ທຸກຂັ້ນ, ທຸກຂະແໜງການ.