ການແຂ່ງຂັນກິລາມິດ ຕະພາບສະເຫຼີມສະຫຼອງ ວັນສ້າງຕັ້ງອາຊຽນ ຄົບຮອບ 45 ປີ

ການແຂ່ງຂັນກິລາມິດ ຕະພາບສະເຫຼີມສະຫຼອງ ວັນສ້າງຕັ້ງອາຊຽນ ຄົບຮອບ 45 ປີ - ảnh 1

(ພາບປະກອບ)​

( vovworld ) – ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະສະມາຄົມ ປະຊາຊາດ​ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາຊຽນ) ຄື​ວັນ​ທີ 8/8/1967-8/8/2012 ​ແລະ 17 ປີ​ແຫ່ງ​ວັນ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ (28/7/1995-28/7/2012), ວັນ​ທີ 5/8, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ໃຫ້​ມີການແຂ່ງຂັນກິລາມິດຕະພາລະຫວ່າງ​ພາລະ​ກອນບັນດາ​ກະຊວງ, ຄະນະ ຂະ​ແໜງ​ການ ​ແລະ ສະຖານທູດ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ລັດ​ເຊຍ, ອິນ​ເດຍ, ຈີນ, ຍີ່ປຸ່ນ…. ປະຈຳ​ຫວຽດນາມ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ພາລະ​ກອນ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ສາມາດ​ພົບປະ​ແລກປ່ຽນ, ຮ່ຳຮຽນ, ຮັດ​ແໜ້ນ​ການ​ພົວພັນ​ກັບສະຖານທູດ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ. ທ່ານ Vu Hong Nam ຫົວໜ້າ​ກົມ​ອາ​ຊຽນ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ຍັງ​ມີ​ເວລາ​ພຽງ 2 ປີ​ແມ່ນ​ຈະ​ມຸ້ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນ, ການ​ສ້າງ​ຈິດ​ໃຈ​ປະຊາ​ຄົມ​ແມ່ນ​ສຳຄັນ​ທີ່​ສຸດ​​ໃນຈຸດ​ເວລນີ້. ຄວາມ​ໝາຍ​ທຳ​ອິດ​ຂອງ​ເຫດການ​ແຂ່ງຂັນ​ກິລາ​ນີ້​ແມ່ນ​ສ້າງ​ຈິດ​ໃຈ​ປະຊາ​ຄົມ​ອາ​ຊຽນ. ທີ 2 ​ແມ່ນ, ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພັດທະນາ​ຂອງ​ອາ​ຊຽນ, ຊື່​ງສະ​ແດງ​ໃຫ້​ເຫັນ​ນ້ຳໃຈ​ສາມັກຄີ​ໃນ​ກຸ່ມ​ອາ​ຊຽນ. ທີ 3 ​ແມ່ນ​ເພື່ອ​ສຶກສາ​ອົບຮົມ​ຈິດ​ໃຈ​ອາ​ຊຽນ​ໃຫ້​ແກ່​ລຸ້ນ​ໜຸ່ມ

 

 

 

 

ຂ່າວ/ບົດ​ອື່ນ