ການແຫ່ຂະບວນປະ ທ້ວງຂະໜາດໃຫ່ຍ ກ່ວາໝູ່ຢູ່ກຳປູເຈຍ
(ພາບ: baomoi.com)
(vovworld)- ວັນທີ 22/12, ຢູ່ນະຄອນຫຼວງພະນົມເປັນ, ຝ່າຍຄ້ານກຳປູເຈຍ ໄດ້ປຸກລະດົມການແຫ່ຂະບວນປະທ້ວງທີ່ຖືກຖືວ່າມີຂອບຂະໜາດໃຫ່ຍກ່ວາໝູ່ນັບແຕ່ ຫຼັງການເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ເມື່ອວັນທີ 28/7 ດ້ວຍຄຳຮຽກຮ້ອງທ່ວງໃຫ້ທ່ານນາຍົກລັດຖະມົນຕີຮຸຍແຊນ ລາອອກຈາກຕຳແຫຼ່ງ ແລະ ດຳເນີນການເລືອກຕັ້ງຄືນໃໝ່. ໂດຍບໍ່ຫົວຊາຕໍ່ຄຳສັ່ງເກືອດຫ້າມຂອງອຳນາດການປົກຄອງນະຄອນ ແລະ ບັນດາອົງການມີໜ້າທີ່ຮັບຜິດຊອບ, ຝ່າຍຄ້ານກຳປູເຈຍ ສືບຕໍ່ຫັນການແຫ່ຂະບວນປະທ້ວງເປັນການເດີນຂະບວນຂະໜາດໃຫ່ຍ ໂດຍມີການເຂົ້າຮ່ວມຂອງ ປຊຊ ນັບໝື່ນໆຄົນ. ທ່ານຊາມເຣັນຊີ, ການນຳຝ່າຍຄ້ານຢືນຢັນວ່າ ຈະຈັດການແຫ່ຂະບວນປ້ອງທ້ວງຕື່ມອີກ “100 ຄັ້ງ“ ຈົນເຖິງເວລາບັນລຸໄດ້ຈຸດປະສົງຂອງຕົນ ແລະ ກ່າວເຕືອນວ່າຈະປິດລ້ອມບັນດາສາຍທາງຫຼວງເຊື່ອມຕໍ່ນະຄອນ ຫຼວງພະນົມເປັນ ກັບເຂດອື່ນໆໃນທົ່ວປະເທດເພື່ອແນໃສ່ກໍ່ກຳລັງດັນຕໍ່ລັດຖະບານ. ໂຕ້ຕອບຄືນຄຳຮຽກຮ້ອງຂອງຝ່າຍຄ້ານ, ທ່ານນາຍົກລັດຖະມົນຕີຮຸຍແຊນ ຢືນຢັນວ່າ: ລັດຖະທຳມະນູນກຳປູເຈຍ ບໍ່ກຳນົດນາຍົກລັດຖະມົນຕີມີສິດຍຸບເລີກສະພາແຫ່ງຊາດ. ທ່ານນາຍົກລັດຖະມົນຕີຮຸຍແຊນ ຍັງເນັ້ນຫນັກວ່າ: ທ່ານເອງກໍ່ຄືລັດຖະບານກຳປູເຈຍ ໄດ້ຮັບການເລືອກຕັ້ງຢ່າງປະຊາທິປະໄຕ ແລະ ແນ່ນອນວ່າຈະບໍ່ລາອອກຈາກຕຳແໜ່ງໃນອາຍຸກການ 5 ປີຕໍ່ໄປ./.