ການແຫ່ຂະບວນປະທ້ວງຢູ່ປາຣີ ກາຍເປັນຈະລາຈົນ

(VOVWORLD) -ການແຫ່ຂະບວນປະທ້ວງຂອງກວ່າ 5.000 ຄົນ ຕາມຂະບວນ “ເສື້ອສີເຫຼືອງ” ເກີດຂຶ້ນໃນວັນທີ 24 ພະຈິກ ຢູ່ທ້ອງຖະໜົນທາງຫຼວງ Champs – Elyse’es ຢູ່ນະຄອນ ປາຣີ, ຝລັ່ງ, ເພື່ອແນໃສ່ຄັດຄ້ານຕໍ່ນະໂຍບາຍເພີ່ມພາສີຕໍ່ນໍ້າມັນຂອງລັດຖະບານ ໄດ້ກາຍເປັນການຈະລາຈົນ ໃນທັນທີ.

ການແຫ່ຂະບວນປະທ້ວງຢູ່ປາຣີ ກາຍເປັນຈະລາຈົນ - ảnh 1ໄຟໄໝ້ຢູ່ທ້ອງຖະໜົນ ຢູ່ ປາຣີ (ພາບ:AFP/Getty)

ບຸກຄົນທີ່ເຂົ້າຮ່ວມການແຫ່ຂະບວນປະທ້ວງໃສ່ເສື້ອສີເຫຼືອງນັ້ນ ໄດ້ຕັ້ງຮົ້ວກັ້ນທ້ອງຖະໜົນ. ເບິ່ງຄືວ່າເຂົາເຈົ້າໄດ້ປະກອບໜ້າກາກຕ້ານຄວັນໄຟ ແລະ ແວນຕາ ຢ່າງຄົບຖ້ວນ ກຽມພ້ອມເພື່ອຕ້ານຄືນກໍາລັງຕໍາຫຼວດ ແລະ ເກີດໄຟໄໝ້ຢູ່ທ້ອງຖະໜົນສາຍໃຫຍ່ ເຮັດໃຫ້ການສັນຈອນຢູ່ເຂດດັ່ງກ່າວ ແລະ ບັນດາເຂດອ້ອມຂ້າງ ຖືກຢຸດສະງັກ.

        ຕາມແຈ້ງການທໍາອິດຂອງຕໍາຫຼວດແລ້ວ, ມີຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງ 08 ຄົນ ຖືກຈັບຕົວ ຍ້ອນມີບັນດາການກະທໍາທີ່ເກີນຂອບເຂດ ແລະ ຖິ້ມວັດຖຸລະເບີດ. ມີຕໍາຫຼວດ ກວ່າ 3.000 ຄົນ ຖືກຮັບການຜັນຂະຫຍາຍຢູ່ປາຣີ ແລະ ບັນດານະຄອນໃກ້ຄຽງ. ທ່ານລັດຖະມົນຕີກະຊວງພາຍໃນຂອງຝລັ່ງ Christophe Castaner  ໄດ້ກ່າວປະນາມຕໍ່ຄວາມຮັບຜິດຊອບຂອງຜູ້ຈັດການແຫ່ຂະບວນປະທ້ວງດັ່ງກ່າວ ເມື່ອບັນດາການເຄື່ອນໄຫວຂອງຂະບວນ “ເສື້ອສີເຫຼືອງ” ໃນອາທິດຜ່ານມາ ໄດ້ເຮັດໃຫ້ສາມັນຊົນ 02 ຄົນເສຍຊີວິດ ແລະ ອີກ 620 ຄົນຖືກຮັບບາດເຈັບ, ໃນນັ້ນມີ 17 ຄົນ ເຈັບສາຫັດ, ຕໍາຫຼວດ ແລະ ທະຫານ 136 ຄົນຖືກຮັບບາດເຈັບ.


ຕອບກັບ

ຂ່າວ/ບົດ​ອື່ນ