ການແຫ່ຂະບວນເນື່ອງໃນໂອກາດວັນກຳມະກອນສາກົນ 1/5 ເພື່ອຮຽກຮ້ອງເພີ່ມເງິນເດືອນ
ພາບ:internet
|
(vovworld) - ຄົນງານນັບລ້ານໆຄົນໃນທົ່ວໂລກ ໄດ້ເຂົ້າຮ່ວມການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດວັນກຳມະກອນສາກົນ 1/5. ຢູ່ ອິນໂດເນເຊຍ, ມີກຳມະກອນກວ່າ 9000 ຄົນ ໄດ້ເຂົ້າຮ່ວມການແຫ່ຂະບວນ ໂດຍສະຫະສະມາຄົມການຄ້າ ແລະ ບັນດາພັກຝ່າຍຊ້າຍຈັດຕັ້ງ ຢູ່ນະຄອນຫລວງ ຢາກາກຕາ ເພື່ອຮຽກຮ້ອງໃຫ້ປັບປຸງເງື່ອນໄຂເຮັດວຽກ ແລະ ເພີ່ມເງິນເດືອນ. ຢູ່ ຟິລີບປີນ, ມີກຳມະກອນປະມານ 3000 ຄົນໄດ້ເຂົ້າຮ່ວມການແຫ່ຂະບວນຕາມຖະຫນົນສາຍຕ່າງໆຢູ່ ນະຄອນຫລວງ ມານີລາ ໂດຍຮຽກຮ້ອງໃຫ້ຮັບປະກັນສິດຜົນປະໂຫຍດ ແລະ ເງື່ອນໄຂເຮັດວຽກຂອງຄົນງານໃຫ້ດີກວ່າຄື: ເພີ່ມເງິນເດືອນໂດຍທັນທີ ແລະ ຕໍ່ສູ້ເພື່ອລັດທິສັງຄົມນິຍົມ. ຢູ່ ອົດສະຕາລີ ປະຊາຊົນນັບພັນໆຄົນ ກໍອອກສຽງຮຽກຮ້ອງລັດຖະບານປະເທດນີ້ ນຳໃຊ້ບັນດາ ມາດຕະການຄວບຄຸມຂະແຫນງຂຸດຄົ້ນຖ່ານຫີນຢ່າງເຂັ້ມງວດກວ່າ. ຢູ່ບັນດາປະເທດ ແລະ ເຂດແຄວ້ນຢູ່ ອາຊີ ຄື: ອິນເດຍ, ບັງກະລາເທດ, ກຳປູເຈຍ, ມາເລເຊຍ, ຮົ່ງກົງ ແລະ ໄຕ້ຫວັນ ກໍໄດ້ດຳເນີນບັນດາການແຫ່ຂະບວນເຊັ່ນດຽວກັນ ດ້ວຍຄຳຂວັນຮຽກຮ້ອງໃຫ້ເພີ່ມເງິນເດືອນພື້ນຖານ ແລະ ປົກປ້ອງຄົນງານ.