ການໂອ້ລົມສົນທະນາກ່ຽວກັບການທ່ອງທ່ຽວຢູ່ແຂວງ ບາກລຽວ ບົນເສັ້ນທາງ ເຊື່ອມໂຍງ ແລະ ພັດທະນາ
ທ່ານນາງ ເລທິອ້າຍນາມ ຮອງປະທານຄະນະ ກຳມະການ ປະຊາຊົນແຂວງ ບາກລຽວ
|
(vovworld)- ຕອນເຊົ້າວັນທີ 16/3, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດການໂອ້ລົມສົນທະນາ ໂດຍຖ່າຍທອດສົດດ້ວຍຫົວຂໍ້ “ການທ່ອງທ່ຽວຢູ່ ແຂວງ ບາກລຽວ ບົນເສັ້ນທາງ ເຊື່ອມໂຍງ ແລະ ພັດທະນາ ” . ທີ່ການໂອ້ລົມສົນທະນາ, ທ່ານນາງ ເລທິອ້າຍນາມ ຮອງປະທານຄະນະ ກຳມະການ ປະຊາຊົນແຂວງ ບາກລຽວ ໃຫ້ຮູ້ວ່າ : (ເທບ)
“ ພວກຂ້າພະເຈົ້າຈະເລັ່ງໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ ກໍຄືວາງນະໂຍບາຍບຸລິມະສິດເພື່ອດຶງດູດນັກລົງທຶນເຂົ້າມາລົງທຶນໃນບັນດາໂຄງການທ່ອງທ່ຽວຊຶ່ງ ປະຈຸບັນພວກຂ້າພະເຈົ້າພວກຮຽກຮ້ອງການລົງທຶນ. ພວກຂ້າພະເຈົ້າຈະສຸມໃສ່ລົງທຶນກໍ່ສ້າງຫຼາຍເຂດ, ສະຖານທີ່ທ່ອງທ່ຽວທີ່ດີ, ສູ້ຊົນໃຫ້ແຂວງ ບາກລຽວກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບນັກທ່ອງທ່ຽວ, ພິເສດເພື່ອພັດທະນາການທ່ອງທ່ຽວແບບຍື່ນຍົງ ນັ້ນ, ພວກຂ້າພະເຈົ້າຈະສຸມໃສ່ຮ່ວມສຳພັນກັບແຂວງ, ນະຄອນຕ່າງໆເພື່ອເຊື່ອມຕໍ່ບັນດາສາຍທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ ”