ການໂອ້ລົມສົນທະນາກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດເພື່ອກະກຽມໃຫ້ IPU 132

ການໂອ້ລົມສົນທະນາກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດເພື່ອກະກຽມໃຫ້ IPU 132 - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູລື​ວ
(ພາບ: TTXVN)

(vovworld) – ​ເພື່ອ​ກະກຽມ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ຄະນະປະຈຳການ​ກ່ຽວ​ກັບ​ປະຊາທິປະ​ໄຕ, ສິດທິ​ມະນຸດ ຢູ່​ກອງ​ປະຊຸມ​ສະມັດ​ສາໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU-132) ຈະ​ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 28/3-1/4, ຢູ່​ຮ່າ​ໂນ້ຍ, ອະນຸ​ກຳມະການກະ​ກ່ຽມເນື້ອ​ໃນ, ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາປະກອບ​ຄວາມ​ເຫັນ ກ່ຽວ​ກັບ​ປະຊາ​ທິປະ​ໄຕ, ສິດທິ​ມະນຸດ. ກ່າວ​ຄຳ​ເຫັນ​ທີ່​ກາ​ນ​ໂອ້​ລົມ​ສົນທະນາ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູລື​ວ ຖື​ວ່າ: ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ​ແມ່ນ​ບັນດາ​ຄຸນຄ່າ​ທີ່​ມີ​ລັກສະນະຂັງ​ເຂ​ບຂອງ​ມະນຸດ ​ແຕ່​ນີ້​ກໍ່​ແມ່ນ​ບັນຫາ​ທີ່​ຂຶ້ນ​ກັບ​ຫຼາຍ​ປັດ​ໄຈ​ດ້ານ​ການ​ເມືອງ, ​ເງື່ອ​ນໄຂ​ເສດຖະກິດ-​ສັງຄົມ​ຂອງ​ແຕ່ລະ​ປະ​ທດ. ​ເລື່ອງ​ເສີມ​ຂະຫຍາຍ​​ປະຊາທິປະ​ໄຕ​, ຮັບຮອງ ​ເຄົາລົບ​ນັບຖື, ປົກ​ປັກ​ຮັກສາ, ຮັບປະກັນ​ບັນດາ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງຕ້ອງ​ໄດ້​ມີ​ຂໍ້​ກຳນົດ​ໃນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ແລະ ຕ້ອງ​ໄດ້​ຮັບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃນ​ຕົວ​ຈິງ. ສ່ວນ​ບັນດາ​ຜູ້​ແທນ ​ໄດ້​ປຶກສາ​ຫາລື​ເລື່ອງ​ອອກ​ມະຕິ​ໃໝ່​ດ້ວຍ​ຫົວ​ເລື່ອງ “ປະຊາທິປະ​ໄຕ​ໃນສັງກາດເຕັກ​ໂນ​ໂລ​ຊີດີ​ຈີ​ຕອນ ​ແລະ ບັນດາ​ການ​ນາບ​ຂູ່​ຕໍ່​ສິດ​ສ່ວນ​ຕົວ ​ແລະ ບັນດາ​ສິດ​ເສລີ​ສ່ວນ​ຕົວ​ອື່ນໆ”; ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສິດ​ຂອງ​ເດັກ, ​ເຖິງ​ການ​ຮັກສາ​ສຸຂະພາບ​ຂອງ​ແມ່ ​ແລະ ​ເດັກ. ບັນດາ​ຜູ້​ແທນ​ກໍ່​ປະກອບ​ຄວາມ​ເຫັນ, ບົດຮຽນ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ຫຼັກ​ໝັ້ນ, ທັດສະນະ​ຂອງ​ສະພາ​ແຫ່ງ​ຊາດກໍ່​ຄື​ຂອງ​ລັດ ​ແລະ ປະຊາຊົນ​ຫວຽດນາມ ສຳລັບ​ບັນດາ​ບັນຫາ​ຈະ​ໄດ້ຮັບ​ການ​​ພິຈາລະນາ, ປຶກສາ​ຫາລື​ທີ່ຢູ່ຄະນະ​ກຳມາທິການ​ກ່ຽວ​ກັບປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ​ຂອງ​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ ​ຢ່າງເລິກ​ເຊິ່ງກ່ວາ​ອີກ, ປະກອບສ່ວນ​ເຂົ້າ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 ​ໄດ້​ປະສົບ​ຜົນສຳ​ເລັດ.

ຂ່າວ/ບົດ​ອື່ນ