ການໂອ້ລົມສົນທະນາກ່ຽວກັບວຽກງານການຕ່າງປະເທດບັນດາແຂວງພາກກາງ-ໄຕງວຽນ

ການໂອ້ລົມສົນທະນາກ່ຽວກັບວຽກງານການຕ່າງປະເທດບັນດາແຂວງພາກກາງ-ໄຕງວຽນ - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ດັ້ງ​ມິງ​ຄອຍ
(ພາບປະກອບ)


​​(vovworld) - ວັນ​ທີ 31/07, ຢູ່​ແຂວງ​ກວາງ​ຫງ້າຍ ​ໄດ້​ຈັດ​ກອງ​ປະຊຸມ​ມອບ​ໜ້າ​ທີ່​ໂອ້​ລົມ​ສົນທະນາ​ກ່ຽວ​ກັບວຽກງານພົວພັນ​ຕ່າງປະ​ເທດບັນດາ​​ແຂວງ​ພາກ​ກາງ - ​ໄຕ​ງວຽນ ຄັ້ງ​ທີ 5. ​ເຂົ້າ​ຮ່ວມ​ການໂອ້​ລົມ​ສົນທະນາມີ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ດັ້ງ​ມິງ​ຄອຍ ພ້ອມ​ກັບ​ຜູ້ຕາງໜ້າ​ພະ​ແນ​ກພົວພັນ​​ຕ່າງປະ​ເທດຂອງ 10 ​ແຂວງ, ນະ​ຄອນ ຄື: ​ແທງ​ຮ໋ວາ, ກວາງ​ບິ່ງ, ກວາງ​ຈິ້, ​ເທື່ອ​ທຽນ​​​ - ເຫ​້ວ… ທ່ານ ດັ້ງ​ມິງ​ຄອຍ ສະ​ເໜີ​ວ່າ, ບັນດາ​ແຂວງ, ນະຄອນ​ຢູ່​ເຂດ​ພາກ​ກາງ - ໄຕ​ງວຽນ ​ເສີມ​ຂະຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​​​ເປັນ​ເສນາ​ທິການ, ​ເພ່ືອ​​​​ໂຄສະນາບັນດາ​ແຜນ​ນະ​​ໂຍບາຍ, ນະ​ໂຍບາຍ ​​ເຖິງຜູ້​​ຊົມ​ໃຊ້​​ຜົນ​ປະ​ໂຫຍ​ດ, ພິ​ເສດ​ແມ່ນ​ຄົນ​ທຸກ​ຍາກ. ບັນດາ​ແຂວງ, ນະຄອນ​ໃນ​ເຂດ​ພາກ​ກາງ - ໄຕ​ງວຽນ ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ