ການໂອ້ລົມສົນທະນາກ່ຽວກັບຮ່າງກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ

ການໂອ້ລົມສົນທະນາກ່ຽວກັບຮ່າງກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ - ảnh 1
ວາ​ລະ​ປະ​ຊຸມ​ຄັ້ງ​ທ​ີ 37 ຂອງ​ສະ​ພາບ​ແຫ່ງ​ຊາດ
ພາບ​ປະ​ກອບ:


(vovworld) – ​ ​ ການ​ໂອ້​ລົມ​ສົນທະນາ​ໂດຍ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ສົມທົບ​ກັບ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID) ຈັດ​ຕັ້ງ​ໃນ​ວັນ​ທີ 9/10/2015, ຢູ່​ຮ່າ​ໂນ້ຍ. ບັນດາ​ຜູ້​ແທນ​ຖື​ວ່າ: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ ກຳນົດ​ລວມທັງ​ການຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ເຂົ້າ​ຮ່ວມ​​​​ໃນ​ກົດໝາຍ​ດຽວ​ກັນ ​ເພາະວ່າ: ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ລ້ວນ​ແຕ່​ແມ່ນ​ອົງການ​ອຳນາດ​ລັດ​ໂດຍ​ແມ່ນ​ປະຊາຊົນ​ເປັນ​ຜູ້​ເລືອກ​ຕັ້ງ, ​ແມ່ນ​ອົງການ​ຕາງໜ້າ​ໃຫ້​ປະຊາຊົນ, ລ້ວນ​ແຕ່​ມີ​ສິດອຳນາດ​ຕິດຕາມ​ກວດກາ​ການ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ກໍ່ຕາມ​ບັນດາ​ຜູ້​ແທນ​ແລ້ວ, ຈຸດ​ໃໝ່​ທີ່​​ເປັນໜ້າ​ສົນ​ໃຈ​ໃນ​ຮ່າງ​ກົດໝາຍ​ນີ້ ນັ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ໄດ້​ເພີ່ມ​ເຕີມພາລະ​ບົດບາດ​ໜ້າ​ທີ່​ແກ້​ໄຂຕາມ​ສິດ​ອຳນາດ ​ແລະ ການສະ​ເໜີ​ແກ້​ໄຂ​ຕາມ​ສິດອຳນາດ.

        ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ຄຳ​ເຫັນ​ທີ່ປຶກສາຫາລື​ກໍ່​ຄື​ການ​ຕີ​ລາຄາ​ສູງ​ພາລະ​ບົດບາດ​ຂອງ​ປະຊາຊົນ​ໃນ​ການ​ປະຕິບັດ​ກົນ​ໄກ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​​ໄດ້​ຮັບ​ການເລືອກຕັ້ງ ​ແລະ ສະ​ເໜີ​ ຮ່າງ​ກົດໝາຍ​ຄວນ​ມີ​ບັນດາ​ຂໍ້​ກຳນົດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ພາລະ​ບົດບາດນີ້​ກວ່າ​ອີກ. ບັນ​ດາ​ຜູ້​ແທນ​ສະ​ເໜີ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຕ້ອງ​ເປີດ​ເຜີຍ ​ແລະ ປຸກລະດົ​ມ​​ໄດ້​​ການ​ເຂົ້າ​ຮ່ວມຂອງ​ປະຊາຊົນ, ມີ​ຄື​ແນວ​ນັ້ນ​ຂໍ້​ມູນ​ຈຶ່ງ​ຄົບ​ຖ້ວນ, ມີ​ຄວາມ​ສັດ​ຊື່. ພ້ອມ​ກັນ​ນັ້ນ​ຕ້ອງ​ເຜີຍ​ແຜ່​ຂໍ້​ມູນ​​ໃຫ້ກວ້າງຂວາງ ​ເພື່ອ​ໃຫ້​ປະຊາຊົນ​ຫຼາຍ​ຄົນ​​​ໄດ້ຮັບ​ຮູ້, ​​ໄດ້ເຂົ້າ​ຮ່ວມ ​ແລະ ບັນດາ​ຄຳ​ສະ​ເໜີ​ຂອງ​ປະຊາຊົນ​ຕ້ອງ​ຖື​ເປັນ​ສຳຄັນ, ຮັບ​ຟັງ, ​ເລືອກ​ເຟັ້ນ, ບັນດາ​ເນື້ອ​ໃນ​ໃດ​​ເຫັນ​ວ່າ​ເໝາະ​ສົມ​ຕ້ອງ​ຮັບ​ເອົາ.

 

ຂ່າວ/ບົດ​ອື່ນ