ການໂອ້ລົມສົນທະນາຜ່ານຄື້ນວິທະຍຸ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອິນໂດເນເຊຍ
(VOVWORLD) -ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ສົມທົບກັບວິທະຍຸກະຈາຍສຽງ ສາທາລະນະລັດ ອິນໂດເນເຊຍ (RRI) ຈັດຕັ້ງການໂອ້ລົມສົນທະນາຜ່ານຄື້ນວິທະຍຸ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ (30/12/1955 – 30/12/2020).
ການໂອ້ລົມສົນທະນາຜ່ານຄື້ນວິທະຍຸ ໄດ້ຊ່ວຍໃຫ້ຜູ້ຟັງມີຄວາມເຂົ້າໃຈໂດຍສັງເຂບກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບລະຫວ່າງສອງປະເທດ |
ວັນທີ 30 ພະຈິກ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ສົມທົບກັບວິທະຍຸກະຈາຍສຽງ ສາທາລະນະລັດ ອິນໂດເນເຊຍ (RRI) ຈັດຕັ້ງການໂອ້ລົມສົນທະນາຜ່ານຄື້ນວິທະຍຸ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ (30/12/1955 – 30/12/2020). ດ້ວຍເວລາ 60 ນາທີ, ການໂອ້ລົມສົນທະນາຜ່ານຄື້ນວິທະຍຸ ໄດ້ຊ່ວຍໃຫ້ຜູ້ຟັງມີຄວາມເຂົ້າໃຈໂດຍສັງເຂບກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບລະຫວ່າງສອງປະເທດ ໂດຍປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Sukarno ເປັນຜູ້ກໍ່ຕັ້ງນັບແຕ່ປີ 1955, ບັນດາຈຸດຄ້າຍຄືກັນ ແລະ ຈຸດທີ່ເປັນເອກະລັກສະເພາະທາງດ້ານວັດທະນະທຳ, ປະຫວັດສາດ, ສາສະໜາ ກໍຄື ແງ່ຫວັງຂອງການຮ່ວມມືລະຫວ່າງສອງປະເທດໃນອະນາຄົດ. ນະທີ່ນີ້, ສອງຝ່າຍຖືວ່າ: ຫວຽດນາມ ແລະ ອິນໂດເນເຊຍ ສວມບົດບາດສຳຄັນໃນພາກພື້ນ ແລະ ໃນໂລກ, ໃຫ້ຄຳໝັ້ນສັນຍາ ຈະພ້ອມກັນຮັກສາສະຖຽນລະພາບ, ຄວາມໝັ້ນຄົງ, ສັນຕິພາບຂອງພາກພື້ນ ແລະ ການຕໍ່ສູ້ເພື່ອນຳວັດທະນາຖາວອນມາໃຫ້ປະຊາຄົມ ອາຊຽນ ແລະ ໂລກ.
ເຮືອງຈ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ.