ການໂອ້ລົມສົນທະນາໂດຍກົງກັບປະຊາຊົນລັດເຊຍຂອງທ່ານປະທານາທິບໍດີPutinດຳເນີນໄປໃນວັນທີ16/4
ດ້ຽບແອງ, ນັກຂ່າວVOVປະຈຳສະຫະພັນລັດເຊຍ -  
ທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin
|
(vovworld) – ການໂອ້ລົມສົນທະນາໂດຍກົງປະຈຳປີລະຫວ່າງທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin ກັບປະຊາຊົນ ລັດເຊຍ ໄດ້ດຳເນີນໄປໃນເວລາ 12 ໂມງຕອນທ່ຽງ (ຕາມເວລາ ມົດສກູ). ມື້ວານນີ້ແມ່ນມື້ສຸດທ້າຍທີ່ຮັບບັນດາຄຳຖາມຂອງປະຊາຊົນ ລັດເຊຍ ຝາກເຖິງທ່ານປະທານາທິບໍດີ Putin ດ້ວຍໂທລະສັບ, ອິນເຕີເນັດ, ອີແມວ, ຂໍ້ຄວາມ ແລະ ໂທລະພາບ… ຈຳນວນຄຳຖາມບັນລຸລະດັບສະຖິຕິ, ດ້ວຍກ່ວາ 1 ລ້ານ 700.000 ຄຳຖາມ ແລະ ໄດ້ເຕື້ອງເຖິງທຸກໆຂົງເຂດໃຫຍ່ ແລະ ນ້ອຍ, ລະອຽດທີ່ສຸດ. ແລະຈຳນວນຄຳຖາມນີ້ຈະເພີ່ມຂຶ້ນ ເມື່ອດຳເນີນການໂອ້ລົມສົນທະນາ ໃນເວລາ 12 ໂມງຕອນທ່ຽງ ວັນທີ 16/4. ປະຊາຊົນ ລັດເຊຍ ພວມສົນໃຈກັບບັນດາບັນຫາຮັບປະກັນຊີວິດ, ສັງຄົມ ໃນສະພາບປະເທດ ລັດເຊຍ ພວມຖືກປິດລ້ອມ, ຖືກຂວ້ຳບາດ ແລະ ພື້ນຖານເສດຖະກິດພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງໃນໄລຍະຜ່ານມາ. ບັນດາຄຳຖາມໄດ້ສຸມໃສ່ໃຫ້ເນື້ອໃນກ່ຽວກັບຄຳສັ່ງຂວ້ຳບາດດ້ານເສດຖະກິດຕ້ານລັດເຊຍ, ອະນາຄົດຂອງລັດເຊຍ ແລະ ບັນດາການພົວພັນສາກົນ ນັບທັງສະພາບການ ຢູແກຼນ…
ດ້ຽບແອງ, ນັກຂ່າວVOVປະຈຳສະຫະພັນລັດເຊຍ