ການໂອ້ລົມສົມທະນາກ່ຽວກັບການຕໍ່ສູ້ຕ້ານ “ ຫັນປ່ຽນໂດຍສັນຕິ ” ໃນຂົງເຂດແນວຄິດ, ທິດສະດີ

ການໂອ້ລົມສົມທະນາກ່ຽວກັບການຕໍ່ສູ້ຕ້ານ “ ຫັນປ່ຽນໂດຍສັນຕິ ” ໃນຂົງເຂດແນວຄິດ, ທິດສະດີ - ảnh 1
( ທ່ານ​ພົນ​ໂທ Ngo Xuan Lich, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ )

( vovworld ) –   ຕອນ​ເຊົ້າ​ວັນ​ທີ 3/5 ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳຕ້ານການ “ ​ຫັນປ່ຽນ​ໂດຍ​ສັນຕິ ” ​ໃນ​ຂົງ​ເຂດ​ແນວ​ຄິດ,​ ວັດທະນະທຳຂອງຄະນະ​ພັກ​ການ​ທະຫານສູນ​ກາງ ( ຄະນະ​ຊີ້​ນຳ 94 ) ​ໄດ້ຈັດ​ຕັ້ງ​ການໂອ້​ລົມ​ສົມ​ທະ​ນາ​ກ່ຽວ​ກັບ​ການ​ຕໍ່ສູ້ຕ້ານການ “ ​ຫັນປ່ຽນ​ໂດຍ​ສັນຕິ ” ​ໃນ​ຂົງ​ເຂດ​ແນວ​ຄິດ,​ ທິດ​ສະ​ດີຂອງບັນດາ​ກຳລັງທີ່​ເປັນ​ປໍ​ລະ​ປັກ. ທີ່​ການ​ໂອ້​ລົມ​ສົນທະນາ, ມີ​ຫຼາຍ​ບົດ​ຄຳ​ເຫັນປະກອບ​ໄດ້​ເຫັນ​ດີເປັນ​ເອກະ​ພາບ​ກັບ​ຂໍ້​ສັງ​ເກດ​ວ່າ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ບັນດາ​ກຳລັງທີ່​ເປັນ​ປໍ​ລະ​ປັກ ​ໄດ້​ມີ​ການ​ປ່ຽນ​ໃໝ່​​ໃນ​ອົງການ​ຈັດ​ຕັ້ງ​ກຳລັງ ​ແລະ ວິທີການ, ​ເລ່ຫຼ່ຽມ​ຕ້ານທຳລາຍ​ຫວຽດນາມ. ທ່ານ​ພົນ​ໂທ Ngo Xuan Lich, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ, ຫົວໜ້າຄະນະ​ຊີ້​ນຳ 94 ຂອງຄະນະ​ພັກ​ການ​ທະຫານສູນ​ກາງ​ໄດ້​ຢືນຢັນຄວາມ​ຕັດສິນ​ໃຈ ​ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ກອງທັບ​ຫວຽ​ດນາມ ທີ່​ມີ​ຕໍ່​ພາລະກິດ​ຕໍ່​ສູ້​ຕ້ານການຫັນປ່ຽນ​ໂດຍ​ສັນຕິ ດ້ວຍ​​ເລື່ອງ​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ ​ແລະ ຄົ້ນຄວ້າ​ຢ່າງຮີບ​ດ່ວນ​ເພື່ອ​ວາງແຜນ​ນະ​ໂຍບາຍ, ​ແຜນການ, ມາດ​ຕະການ​ແກ້​ໄຂ​ຢ່າງ​ລະອຽດ, ຜັນ​ຂະຫຍາຍ​​ໃນ​ທຸກ​ຂັ້ນ ​ແລະ ສ່ວນ​ບຸກ​ຄົນ​ໂດຍ​ໄວ, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ປະສິດ​ທະ​ຜົນ​ໃນ​ການ​ຕໍ່ສູ້, ຮັກສາສະໜາມຮົບ​ດ້ານແນວ​ຄິດ​ໃນ​ກອງທັບ.

ຂ່າວ/ບົດ​ອື່ນ