ການໃຊ້ຄວາມຮຸ້ນແຮງຢູ່ ຊິນກ້ຽງ ປະເທດຈີນ, ເຮັດໃຫ້ຫຼາຍຄົນເສຍຊີວິດ

ການໃຊ້ຄວາມຮຸ້ນແຮງຢູ່ ຊິນກ້ຽງ ປະເທດຈີນ, ເຮັດໃຫ້ຫຼາຍຄົນເສຍຊີວິດ - ảnh 1
(ພາບ: anninhthudo.vn)
(vovworld) - ວັນ​ທີ 24/04, ອຳນາດ​ການ​ປົກຄອງ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງຊິນ​ກ້ຽງ ປະ​ເທດ​ຈີ​ນ, ​ໃຫ້​ຮູ້​ວ່າ ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ບັນດາຜູ້​ທີ່​ສົງ​ໄສ​ວ່າ​ແມ່ນ​ພວກກໍ່​ການ​ຮ້າຍ ​ແລະ ອຳນາດ​ການ​ປົກ​ຄອງຊິນ​ກ້ຽງ ​ໃນ​ຕອນ​ທ່ຽງ​ວັນ​ທີ 23/04, ​ເຊິ່ງ​ເຮັດ​ໃຫ້ 21 ຄົນ​ເສຍ​ຊີວິດ, ​ເຊິ່ງລວມມີ​ກຳມະກອນ ​ແລະ ຕຳຫຼວດ​ທ້ອງ​ຖິ່ນ 15 ຄົນ ​ແລະ ພວກ​ກໍ່​ການ​ຮ້າຍ 6 ຄົນ. ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ພາຍ​ຫຼັງ​ທີ​ກຳມະ​ກ​ອນ 3 ຄົນ​ພົບ​ເຫັນ​ບັນດາ​ຄົນທີ່​ສົງ​ໄສ​ວ່າ​ແມ່ນ​ພວກ​ກໍ່​ການ​ຮ້າຍ ​ແລະ ອາວຸດ​ຂອງ​ເຂົາ​ເຈົ້າຢູ່​ເຮືອນ​ຫຼັງ​ໜຶ່ງ​​ໃນ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງຊິນ​ກ້ຽງ. ບັນດາ​ກຳມະກອນ​ນີ້​ໄດ້​ຕິດ​ຕໍ່​ກັບ​ຫົວໜ້າ​ຜ່ານ​ໂທລະສັບ ​ແຕ່​ຫຼັງ​ຈາກ​ນັ້ນ​ຖືກ​ພວກ​ສົງ​ໄສກໍ່​ການ​ຮ້າຍ​ຈັ​ບຕົວ. ກຳລັງຕຳຫຼວດ ​ແລະ ​ເຈົ້າ​ໜ້າທີ່​ທ້ອງ​ຖິ່ນ​ໄດ​້ມີ​ໜ້າ​ຢູ່ສະຖານ​ທີ່ ແລະ ຈັບ​ຕົວ 8 ຄົນທີ່​ຖືກ​ສົງ​ໄສ​ວ່າ​ພວກ​ກໍ​່ການ​ຮ້າຍ. ຕາມ​ການ​ສືບສວນ​ໃນ​ເບື້ອງ​ຕົ້ນ, ບັນດາ​ຜູ້ທີ່​ສົງ​ໄສ​ວ່າ​ພວກກໍ​່ການ​ຮ້າຍ​ນີ້​ພວມ​ສ້າງ​ແຜນການ​ບຸກ​ໂຈມ​ຕີ​ໃຊ້​ຄວາມຮຸນ​ແຮງ.

ຂ່າວ/ບົດ​ອື່ນ