ການໃຊ້ຄວາມຮຸນແຮງຢູ່ຊີຣີ ຂຶ້ນເຖິງລະດັບທີ່ “ບໍ່ເຄີຍມີມາກ່ອນ“
Minh Hien ນັກຂ່າວ VOV ປະຈຳອາເມລິກາ -  
ການໃຊ້ຄວາມຮຸນແຮງຢູ່ຊີຣີ
(ພາບ:xahoi.com.vn)
( vovworld ) – ວັນທີ 5/7, ທ່ານພົນຈັດຕະວາ Robert Mood ຫົວຳໜ້າຝ່າຍຕິດຕາມກວດກາຂອງສະຫະປະຊາຊາດຢູ່ຊີຣີ ໄດ້ເວົ້າວ່າ ການໃຊ້ຄວາມຮຸນແຮງຢູ່ຊີຣີ ໄດ້ຂຶ້ນເຖິງລະດັບທີ່ “ບໍ່ເຄີຍມີມາກ່ອນ“ ແລະ ຕ້ອງປະຕິບັດຄຳສັ່ງຢຸດຍິງ ເພື່ອໃຫ້ກຸ່ມນັກສັງເກດການສາກົນປະຕິບັດພາລະກຳຂອງເຂົາເຈົ້າຄືນໃໝ່ ຊື່ງຖືກໂຈະໄວ້ນັບແຕ່ເດືອນກ່ອນ. ທ່ານພົນຈັດຕະວາ Robert Mood ໄດ້ອອກຖະແຫຼງການດັ່ງກ່າວ ໃນສະພາບການທີ່ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນໃນທົ່ວປະເທດຊີຣີ ແລະ ພາຍຫຼັງທີ່ທ່ານລັດຖະມົນຕີການຕ່າງປະເທດອີຣັກ ໃຫ້ຮູ້ວ່າ: ເຂົາເຈົ້າມີ “ຂໍ້ມູນທີ່ໜ້າເຊື່ອຖື“ ກ່ຽວກັບເລື່ອງບັນດາມືປືນອານເກດາ ຈາກອີຣັກ ພວມແຊກຊືມເຂົ້າຊີຣີ ເພື່ອດຳເນີນບັນດາການບຸກໂຈມຕີ. ທ່ານພົນຈັດຕະວາ Robert Mood ເວົ້າວ່າ: ການໃຊ້ຄວາມຮຸນແຮງປີນຂັ້ນໃດຢູ່ຊີຣີ ໄດ້ກີດຂວາງຄວາມສາມາດຕິດຕາມກວດກາ, ລາຍງານ, ກໍ່ຄືຊ່ວຍເຫຼືອການເຈລະຈາລະຫວ່າງຝ່າຍຕ່າງໆຂອງບັນດານັກສັງເກດການ. ຕາມທ່ານພົນຈັດຕະວາ Robert Mood ແລ້ວ, ເລື່ອງປັບປຸງສູນປະສານງານ 8 ແຫ່ງຂອງກຸ່ມຕິດຕາມກວດກາໃນພາກພື້ນຈະປັບປຸງການເຄືອ່ນໄຫວຢ່າງມີປະສິດທິຜົນ.
Minh Hien ນັກຂ່າວ VOV ປະຈຳອາເມລິກາ