ສະພາບການໃຊ້ຄວາມຮຸນແຮງຢູ່ອີຣັກ
(ພາບ:baotintuc.vn)
( vovworld ) – ວັນທີ 26/8, ນະຄອນຫຼວງແບກແດດ ຂອງອີຣັກ ຖືກສັ່ນສະເທືອນຍ້ອນເກີດການບຸກໂຈມຕີຫຼາຍຄັ້ງ ເຮັດໃຫ້ຢ່າງໜ້ອຍສຸດ 10 ຄົນເສຍຊີວິດ, ໃນນັ້ນສ່ວນຫຼາຍແມ່ນພາລະກອນປ້ອງກັນຄວາມສະຫງົບອີຣັກ. ແຫຼ່ງຂ່າວຈາກກະຊວງພາຍໃນອີຣັກ ໃຫ້ຮູ້ວ່າ, ບັນດາມືປືນໄດ້ບຸກໂຈມຕີປ້ອມກວດກາຄວາມສະຫງົບຢູ່ທາງທິດຕາເວັນອອກແບກແດດ ແລະ ເຂັ່ນຂ້າພາລະກອນປ້ອງກັນຄວາມສະຫງົບ 3 ຄົນ. ໃນການບຸກໂຈມຕີຄັ້ງອື່ນຢູ່ເຂດຊານນະຄອນທາງທິດເໜືອອີຣັກ, ຕຳຫຼວດ 2 ຄົນຖືກຍິງຕາຍ. ໃນຂະນະນັ້ນ, ເຫດການວາງລະເບີດ 2 ຄັ້ງໃນຖະໜົນຢູ່ທິດຕາເວັນຕົກນະຄອນຫຼວງແບກແດດ ຂອງ ອີຣັກ ແນ່ໃສ່ກຳລັງປ້ອງກັນຄວາມສະຫງົບທີ່ພວມລາດຕາເວັນ ເຮັດໃຫ້ນັກຮົບ 3 ຄົນເສຍຊີວິດ. ເກືອບຄືວ່າ ການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນປະຈຳວັນຢູ່ອີຣັກ ດ້ວຍຈຸດໝາຍບຸກໂຈມຕີກຳລັງປ້ອງກັນຄວາມສະຫງົບເປັນຕົ້ນ.