ພາບ:internet
|
(vovworld) - ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 18 ຄົນ ແລະ ອີກ 36 ຄົນຖືກບາດເຈັບທີ່ບັນດາເຫດບຸກໂຈມຕີໃນວັນທີ 3/5 ຢູ່ ອີຣັກ. ຕາມແຫລ່ງຂ່າວຈາກກະຊວງພາຍໃນອີຣັກໂດຍບໍ່ເຜີຍຊື່ໃຫ້ຮູ້້ວ່າ: ໄດ້ເກີດເຫດວາງລະເບີດຢູ່ມໍ່ກັບໂບດອິດສະລາມນິກາຍຊັນນີ ແຫ່ງຫນຶ່ງທາງທິດເຫນືອນະຄອນຫລວງ ແບກແດດ ເຮັດໃຫ້ຢ່າງຫນ້ອຍສຸດ 5 ຄົນເສຍຊີວິດ ແລະ ອີກ 30 ຄົນຖືກບາດເຈັບ. ໃນຂະນະນັ້ນ ແຫລ່ງຂ່າວຈາກຕຳຫລວດທ້ອງຖິ່ນໃຫ້ຮູ້ວ່າ: ມີຕຳຫລວດ 9 ຄົນເສຍຊີວິດ ແລະ 6 ຄົນຖືກບາດເຈັບໃນບັນດາການປະທະກັນລະຫວ່າງກຸ່ມປະກອບອາວຸດ ແລະ ຕຳຫລວດຢູ່ນະຄອນ Mosul ຫ່າງຈາກແບກແດດທາງທິດຕາເວັນຕົກສຽງເຫນືອ ປະມານ 400 ກິໂລແມັດ. ຕາມຄະນະຜູ້ຕາງຫນ້າຂອງ ສປຊ ປະຈຳ ອີຣັກ ແລ້ວ, ເດືອນ 4 ຜ່ານມາແມ່ນເດືອນມີຈຳນວນຜູ້ຖືກເສຍຊີວິດໃນບັນດາເຫດການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນໃນທົ່ວປະເທດອີຣັກຫລາຍສຸດນັບແຕ່ປີ 2008 ມາຮອດປະຈຸບັນ ແມ່ນຂຶ້ນເຖິງ712 ຄົນ.