ກໍາປູເຈຍ ແລະ ໄທ ຊຸກຍູ້ການຮ່ວມມືຢູ່ລຽບຕາມເສັ້ນຊາຍແດນລວມ

(VOVWORLD) -ສອງຝ່າຍຈະພົບປະກັນຢູ່ກອງປະຊຸມຄະນະກໍາມະການຊາຍແດນລວມຄັ້ງທີ 14 ເຊິ່ງຈະຖືກຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ຂອງ ກໍາປູເຈຍ ໃນວັນທີ 14 ແລະ 15 ກຸມພາ ຈະມາເຖິງ

ຕາມແຈ້ງການໃນວັນທີ 11 ກຸມພາ ຂອງ ກະຊວງປ້ອງກັນປະເທດ ກໍາປູເຈຍ, ທ່ານນາຍພົນ Tea Banh ລັດຖະມົນຕີກະຊວງປ້ອງກັນປະເທດຂອງປະເທດນີ້ ຈະມີການພົບປະກັບຄູ່ຕໍາແໜ່ງ ໄທ ນາຍພົນ ປະວິດ ວົງສຸວັນ ໃນອາທິດນີ້ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຢູ່ລຽບຕາມເສັ້ນຊາຍແດນລະຫວ່າງສອງປະເທດ. ແຈ້ງການດັ່ງກ່າວ ໃຫ້ຮູ້ວ່າ ສອງຝ່າຍຈະພົບປະກັນຢູ່ກອງປະຊຸມຄະນະກໍາມະການຊາຍແດນລວມຄັ້ງທີ 14 ເຊິ່ງຈະຖືກຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ຂອງ ກໍາປູເຈຍ ໃນວັນທີ 14 ແລະ 15 ກຸມພາ ຈະມາເຖິງ. ໃນແຈ້ງການດັ່ງກ່າວມີຕອນຂຽນວ່າ: “ສອງຝ່າຍ ຈະຈັດຕັ້ງການເຈລະຈາ, ສຸມໃສ່ການປັບປຸງ ແລະ ເພີ່ມທະວີການພົວພັນອັນດີງາມ ແລະ ການຮ່ວມມືລະຫວ່າງກອງທັບສອງປະເທດ ເປັນຕົ້ນຕໍ, ພິເສດແມ່ນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ລຽບຕາມເສັ້ນຊາຍແດນ”.


ຕອບກັບ

ຂ່າວ/ບົດ​ອື່ນ