ກໍາລັງໜູນ​​ເຕີບ​ໂຕ​ຂອງຫວຽດນາມ​ໃນ​ປີ 2020 ຈະ​ເກີດ​ມາ​ຈາກ​ບັນດາ​ຂະ​ແໜງທີ່​ມີ​ທ່າ​ໄດ້​ປຽບມາ​ແຕ່​ດົນ​ນານ

(VOVWORLD) -     ປີ 2019, ລະດັບເຕີບໂຕ GDP ຂອງຫວຽດນາມບັນລຸ 7,02%. ນີ້ແມ່ນປີທີສອງຢ່າງລຽນຕິດ ເຊິ່ງລະດັບການເຕີບໂຕເສດຖະກິດຂອງຫວຽດນາມບັນລຸຫຼາຍກວ່າ 7%.
ກໍາລັງໜູນ​​ເຕີບ​ໂຕ​ຂອງຫວຽດນາມ​ໃນ​ປີ 2020 ຈະ​ເກີດ​ມາ​ຈາກ​ບັນດາ​ຂະ​ແໜງທີ່​ມີ​ທ່າ​ໄດ້​ປຽບມາ​ແຕ່​ດົນ​ນານ - ảnh 1ທ່ານ ຫວູຕ໊ຽນໂລກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ  

    ບັນດານັກຊ່ຽວຊານທາງດ້ານເສດຖະກິດໃຫ້ຂໍ້ສັງເກດວ່າ ໝາກຜົນດັ່ງກ່າວ ຈະແມ່ນປະຖົມປັດໄຈ, ສ້າງທ່ວງທ່າໃຫ້ແກ່ປີ 2020, ເສດຖະກິດຂອງຫວຽດນາມ ຍັງຄົງສືບຕໍ່ເປັນປົກກະຕິ ແລະ ເຕີບໂຕໃນລະດັບແຕ່ 6,8% - 7%. ໃນນັ້ນ, ກໍາລັງໜູນເຕີບໂຕນັ້ນ ແມ່ນເກີດມາຈາກບັນດາຂະແໜງທີ່ມີທ່າໄດ້ປຽບມາແຕ່ດົນນານ. ເມື່ອໃຫ້ຂໍ້ສັງເຫດກ່ຽວກັບກາລະໂອກາດລົງທຶນ ແລະ ຂົງເຂດ ໃນໄລຍະ 2020 – 2030, ທ່ານ ຫວູຕ໊ຽນໂລກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ແບ່ງປັນວ່າ:

        “ໃນປີ 2020 ແລະ ຊຸມປີຈະມາເຖິງ, ກາລະໂອກາດລົງທຶນຂອງຫວຽດນາມ ຈະນອນໃນບັນດາຂະແໜງການທີ່ມີີຄ່າໄດ້ປຽບມາແຕ່ດົນນານຄື ຕໍາແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ເຄື່ອງເອເລັກໂຕນິກ; ຜະລິດຕະພັນກະເສດ ແລະ ສິນໃນນໍ້າ...; ບັນດາຂະແໜງໜູນຊ່ວຍຕາໜ່າງຜະລິດ, ເພີ່ມທະວີລະບົບມູນຄ່າ, ການບໍລິການໜູນຊ່ວຍ, logistic, ອຸດສາຫະກໍາສະໜັບສະໜູນ. ຄວາມສາມາດບົ່ມຊ້ອນກໍນອນຢູ່ໃນບັນດາຂົງເຂດທີ່ຫາກໍພົ້ນເດັ່ນ ຄື ເສດຖະກິດຂຽວ, ເສດຖະກິດປະດິດຄິດສ້າງ, ເສດຖະກິດດີຈີຕອນ, ພັດທະນາຕົວເມືອງອັດສະລິຍະ ແລະ ໄດ້ຮັບການຕີລາຄາວ່າ ມີກາລະໂອກາດໃຫຍ່ຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດນໍາໃຊ້”.

ຕອບກັບ

ຂ່າວ/ບົດ​ອື່ນ