(vovworld) – ຕອນເຊົ້າວັນທີ 23/6, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ບໍລິສັດ Star Telecom, ບໍລິສັດຮ່ວມທຸລະກິດ ລະຫວ່າງບໍລິສັດໂທລະຄົມ ລາວ-Asia ຂຶ້ນກັບກະຊວງປ້ອງກັນປະເທດລາວ ແລະ ບໍລິສັດ Vietel ຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ, ໄດ້ເປີດສະຫຼອງບໍລິການ 4 ຈີ ດ້ວຍລະດັບຄວາມໄວສູງເພື່ອຮັບໃຊ້ໃຫ້ແກ່ຜູ້ນຳໃຊ້ບໍລິການມື້ຖືຂອງເຄືອຂ່າຍ Unitel. ດ້ວຍລະດັບຄວາມໄວສູງທົບ 10 ເທົ່າເມື່ອທຽບໃສ່ເຄືອຂ່າຍ 3 ຈີ, ບໍລິການ 4 ຈີ ໂດຍ Unitel ສະໜອງຈະນຳເອົາປະໂຫຍດຫຼາຍຢ່າງໃຫ້ແກ່ຜູ້ໃຊ້ ຄື: ຊົມຮູບເງົາ, ຟັງເພງ, ບັນເທີງໃນ youtube , ຊົມໂທລະພາບໂດຍກົງ, dowload ຫຼາຍຂໍ້ມູນໃນພາບດຽວ…ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນລະດັບສູງສຸດຂອງຜູ້ນຳໃຊ້ການບໍລິການ 4 ຈີ, Unitel ແມ່ນເຄືອຂ່າຍອິນເຕີແນັດທຳອິດ ຢູ່ ລາວ ທີ່ໄດ້ສ້າງຄ່າບໍລິການຫຼາຍຢ່າງອີງຕາມຄວາມຕ້ອງການຂອງຜູ້ໃຊ້, ດ້ວຍຄ່າບໍລິການປະຢັດ, ເທົ່າກັບຄ່າບໍລິການ 3 ຈີ. ເມື່ອ Unitel ຜັນຂະຫຍາຍລະບົບເຄືອນຂ່າຍຈະຊ່ວຍໃຫ້ປະຊາຊົນລາວ ສາມາດນຳໃຊ້ບໍລິການນີ້ໂດຍໄວ.