ກາລະໂອກາດແລກປ່ຽນການຄ້າລະຫວ່າງບັນດາວິສາຫະກິດຫວຽດນາມແລະຕ່າງປະເທດ

ກາລະໂອກາດແລກປ່ຽນການຄ້າລະຫວ່າງບັນດາວິສາຫະກິດຫວຽດນາມແລະຕ່າງປະເທດ - ảnh 1
ງານ​ຕະຫຼາດ​ນັດ​ການ​ຄ້າ​ສາ​ກົນ ຫວຽດ​ນາມ 2015
(Vietnam Expo 2015)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/4, ຢູ່ ຮ່າ​ໂນ້ຍ ໄດ້​ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າ​ສາ​ກົນ ຫວຽດ​ນາມ 2015 (Vietnam Expo 2015), ດ້ວຍ​ຫົວ​ຂໍ້​ວ່າ “ການ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊ​ຽນ”. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ, ແລກ​ປ່ຽນ​ຄ້າ​ຂາຍ, ລົງ​ທຶນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ທັງ​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ. ງານ​ຕະຫຼາດ​ນັດ​ມີ 750 ຮ້ານ​ວາງ​ສະ​ແດງ​ຂອງວິ​ສາ​ຫະ​ກິດ​ກ່​ວາ 600 ແຫ່ງ​ທີ່​ມາ​ຈາກ 24 ປະ​ເທດ ແລະ ເຂດ​ແຄ້ວນ. ບັນ​ດາ​ປະ​ເພດ​ສິນ​ຄ້າ​ໄດ້​ນຳ​ມາ​ວາງ​ສະ​ແດງ​ອຸ​ດົມ​ສົມ​ບູນ​ຄື: ເຄື່ອງ​ຈັກ, ອຸ​ປະ​ກອນ, ໄຟ​ຟ້າ - ເອ​ເລກ​ໂຕ​ນິກ, ເຄື່ອງ​ອາ​ໄຫຼ່, ເຄື່ອງ​ໃຊ້​ສອຍ​ໃນ​ຄອບ​ຄົວ… ທ່ານ ຟ້າມ​ບີກງອກ, ຜູ້​ອຳ​ນວຍ​​ການດຳ​ເນີນ​ທຸ​ລະ​ກິດ​ບໍ​ລິ​ສັດ​ຈຳ​ກັດ Kona, ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ກາ​ລະ​ໂອ​ກາດ​ແລກ​ປ່ຽນ​​ການຄ້າ​ລະ​ດັບ​ສາ​ກົນ, ດັ່ງ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະໄດ້​ສຳ​ພັດ​ກັບ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດຫຼາຍ​ແຫ່ງ. ນີ້ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ໃຫຍ່​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື, ​ທັງ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຖິ​ງ​ຜູ້​ໃຊ້​ສອຍ.”


ຂ່າວ/ບົດ​ອື່ນ