ກຳນົດລະບົບຮັບປະກັນໄມ້ຖືກຕ້ອງຕາມກົດໝາຍ ຫວຽດນາມ

(VOVWORLD) -  ລັດຖະບານຫາກໍ່ປະກາດໃຊ້ດຳລັດວ່າດ້ວຍການກຳນົດລະບົບຮັບປະກັນໄມ້ໃຫ້ຖືກຕ້ອງຕາມກົດໝາຍ ຫວຽດນາມ.

 ຕາມດຳລັດດັ່ງກ່າວແລ້ວ, ໄມ້ທີ່ຖືກຕ້ອງຕາມກົດໝາຍແມ່ນໄມ້, ຜະລິດຕະພັນໄມ້ໄດ້ຮັບການຂຸດຄົ້ນ, ນຳເຂົ້າ, ແກ້ໄຂການຢຶດເອົາໄມ້, ຂົນສົ່ງ, ຊື້ຂາຍ, ປຸງແຕ່ງ, ສົ່ງອອກທີ່ເໝາະສົມກັບຂໍ້ກຳນົດຂອງກົດໝາຍ ຫວຽດນາມ, ບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ເປັນສະມາຊິກ ແລະ ກົດໝາຍທີ່ກ່ຽວຂ້ອງຂອງປະເທດ, ບ່ອນຂຸດຄົ້ນໄມ້ສົ່ງອອກມາຍັງ ຫວຽດນາມ. ດຳລັດດັ່ງກ່າວໄດ້ກຳນົດວ່າ ໄມ້ສົ່ງອອກ - ນຳເຂົ້າຕ້ອງຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ໄດ້ເຮັດລະບຽບການສົ່ງອອກ-ນຳເຂົ້າ ແລະ ໄດ້ຜ່ານການວດກາ, ຕິດຕາມກວດກາຂອງອົງການພາສີຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍພາສີ. ດຳລັດສະບັບດັ່ງກ່າວ ຈະມີຜົນສັກສິດນັບແຕ່ວັນທີ 30 ຕຸລາ 2020 ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ