ກຳປັ່ນກອງທັບເຮືອ ຫວຽດນາມ - ສິງກະໂປ ຝຶກຊ້ອມຮ່ວມຢູ່ທະເລ

(VOVWORLD) -ການຝຶກຊ້ອມຄັ້ງນີ້ແມ່ນສ່ວນໜຶ່ງໃນການຢ້ຽມຢາມ ຫວຽດນາມ ຂອງຄະນະກອງທັບເຮືອ ສິງກະໂປ ຢູ່ທ່າກຳປັ່ນ ກາມແຣງ ແຕ່ວັນທີ 13 – 16 ກຸມພາ.
ກຳປັ່ນກອງທັບເຮືອ ຫວຽດນາມ - ສິງກະໂປ ຝຶກຊ້ອມຮ່ວມຢູ່ທະເລ - ảnh 1ການຝຶກຊ້ອມຄັ້ງນີ້ແມ່ນສ່ວນໜຶ່ງໃນການຢ້ຽມຢາມ ຫວຽດນາມ ຂອງຄະນະກອງທັບເຮືອ ສິງກະໂປ
(ພາບ: baohaiquanvietnam.vn)

       ວັນທີ 16 ກຸມພາ, ຢູ່ເຂດທະເລແຂວງ ແຄງຮ່ວາ, ກຳປັ່ນໝາຍເລກ 012 - ລີທາຍໂຕ, ຂຶ້ນກັບກອງພົນນ້ອຍ 162, ກອງທັບເຮືອເຂດ 4 ແລະ ກຳປັ່ນສົ່ງລົດຖັງຂຶ້ນບົກ RSS Persistence ຂອງກອງທັບເຮືອ ສິງກະໂປ ໄດ້ປະຕິບັດສຳເລັດບັນດາເນື້ອໃນຝຶກຊ້ອມຮ່ວມຢູ່ທະເລ.

        ກຳປັ່ນສົ່ງລົດຖັງຂຶ້ນບົກ RSS Persistence – 209 ຂອງກອງທັບເຮືອ ສິງກະໂປ ໂດຍທ່ານພັນເອກ Jeng Kai, ຜູ້ບັນຊາການຝູງເລກ 3 ເປັນຫົວໜ້າຄະນະ ແລະ ພັນຕີ Anna Teo ເປັນກັບຕັນເຮືອ ພ້ອມກັບ, ນາຍທະຫານ, ລູກເຮືອ 89 ຄົນ ໄດ້ພ້ອມກັບກຳປັ່ນຕິດລູກສອນໄຟ Gepad 3.9, ໝາຍເລກ 012 - ລີທາຍໂຕຂອງກອງທັບເຮືອປະຊາຊົນ ຫວຽດນາມ ໂດຍພັນຈັດຕະວາ ຫງວຽນວັນຮຽວ ເປັນກັບຕັນໄດ້ໝູນວຽນບັນຊາການຝຶກຊ້ອມ. ການຝຶກຊ້ອມຄັ້ງນີ້ແມ່ນສ່ວນໜຶ່ງໃນການຢ້ຽມຢາມ ຫວຽດນາມ ຂອງຄະນະກອງທັບເຮືອ ສິງກະໂປ ຢູ່ທ່າກຳປັ່ນ ກາມແຣງ ແຕ່ວັນທີ 13 – 16 ກຸມພາ. ນີ້ແມ່ນການເຄື່ອນໄຫວເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ - ສິງກະໂປ ເວົ້າລວມ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ແລະ ກອງທັບເຮືອຂອງ 2 ປະເທດເວົ້າສະເພາະໃຫ້ເລິກເຊິ່ງຂຶ້ນຕື່ມ. ນີ້ກໍ່ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1 ສິງຫາ 1973 – 01 ສິງຫາ 2023) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ສິງກະໂປ (ເດືອນ ກັນຍາ 2013 - ກັນຍາ 2023).

ຕອບກັບ

ຂ່າວ/ບົດ​ອື່ນ