ເຫດກ່ຳປັ່ນຈົມນ້ຳຢູ່ນອກທະເລ ລີບີ
(ພາບ: EPA/ TTXVN)
(vovworld) - ຊາວອົບພະຍົບປະມານ 20 – 30 ຄົນຖືກເສຍຊີວິດ ໃນເຫດກ່ຳປັ່ນຈົມນ້ຳຢູ່ນອກທະເລ ລີບີ, ໃນຂະນະນັ້ນທີ່ມີ 88 ຄົນໄດ້ຮັບການກູ້ເອົາຊີວິດ. ນີ້ແມ່ນເຫດກໍລະນີກ່ຳປັ່ນຈົມນ້ຳທີ່ມີຜູ້ເສຍຊີວິດ ແລະ ຮັບບາດເຈັບໃຫຍ່ອັນດັບທ 2 ໃນ 2 ວັນຜ່ານມາຢູ່ເຂດທະເລນີ້. ວັນທີ 26/05 ໂຄສົກບັ້ນຮົບ Sophia ຂອງສະຫະພາບເອີລົບ (ອີຢູ) ເພື່ອແນໃສ່ຕ້ານຄືນໄພການຄ້າມະນຸດຢູ່ທະເລເມດີແຕຣາເນ ໃຫ້ຮູ້ວ່າ: ເຮືອບິນສອດແນມຂອງ ລຸກແຊມບົວ ໄດ້ພົບເຫັນ ກຳ່ປັ່ນລຳ 1 ຖືກຈົມນ້ຳຢູ່ຫ່າງຈາກຝັ່ງທະເລ ຊີບີ 35 ໄມທະເລ ພ້ອມກັບຊາວອົບພະຍົບປະມານ 100 ຄົນພວມຕົກຢູ່ໜ້າທະເລ ຫຼື ພວມຈັບໃສ່ເຮືອທີ່ພວມຈົມນ້ຳ ຫລັງຈາກນັ້ນ, ກ່ຳປັ່ນ Reina Sofia ຂອງ ແອັດສະປາຍ ແລະ ກອງລາດຕະເວນແຄມທະເລ ອີຕາລີ ໄດ້ມີໜ້າຢູ່ສະຖານທີ່ເກີດເຫດ ເພື່ອກູ້ເອົາຊີວິດຜູ້ຖືກເຄາະຮ້າຍ. ປະຈຸບັນການກູ້ໄພກູ້ຊີບຍັງສືບຕໍ່ດຳເນີນຢູ່.