(vovworld) - ບັນດາກຳລັງກູ້ໄພກູ້ຊີບອິນໂດເນເຊຍ ໃຫ້ຮູ້ວ່າ, ກ່ຳປັ່ນທ່ອງທ່ຽງລຳໜຶ່ງຂອງປະເທດນີ້ ໄດ້ບັນທຸກຜູ້ໂດຍຊານເກືອບ 120 ຄົນ, ຖືກປະສົບເຄາະຮ້າຍຍ້ອນພະຍຸໃນຕອນບ່າຍວັນທີ 19/12, ຢູ່ກາງທະເລທາງທິດໃຕ້ເກາະ Sulawesi, ພາກກາງອິນໂດເນເຊີຍ. ກ່ຳປັ່ນທ່ອງທ່ຽວມີຊື່ວ່າ Maria Baru ປະສົບເຄາະຮ້າຍ ຂະນະທີ່ພວມເດີນທາງຈາກ Kolala ເຖິງນະຄອນ Siwa. ມີ 4 ຄົນລອດຊີວິດ ໄດ້ຖືກສົ່ງໄປໂຮງໝໍຢູ່ນະຄອນ Siwa. ປະຈຸບັນ, ບັນດາກຳລັງທີ່ມີໜ້າທີ່ພວມຈັດສົ່ງກ່ຳປັ່ນ ແລະ ເຮືອບິນເອລີກອບເຕີ ຕື່ມອີກເພື່ອເຂົ້າຮ່ວມວຽກງານກູ້ໄພກູ້ຊີບ, ແຕ່ຍ້ອນພະຍຸລົມແຮງພວມກີດຂວາງບັນດາຄວາມມານະພະຍາຍາມໃນການກູ້ໄພ. ນີ້ແມ່ນເຫດການກ່ຳປັ່ນຖືກຈົມນ້ຳເທື່ອທີ 2 ຢູ່ເຂດທະເລນີ້ໃນເດືອນຜ່ານມາ.