ກຳ່ປັ່ນຫາປານັບຮ້ອຍລຳໄປຫາປາຢູ່ເຂດທະເລເຈື່ອງຊາ
(ພາບ: ອິນເຕີແນດ)
(vovworld) - ຕອນບ່າຍວັນທີ 13/2, ກຳ່ປັ່ນຫາປານັບຮ້ອຍລຳຂອງແຂວງ ແຄ໋ງຮ່ວາ ໄດ້ອອກຈາກທ່າໄປຫາປາຢູ່ເຂດທະເລ ເຈື່ອງຊາ, ເມືອງ ເຈື່ອງຊາ, ເປີດສາກໃຫ້ລະດູການຫາປາໃນປີ. ປະຈຸບັນ, ແຂວງ ແຄ໋ງຮ່ວາມີກຳປັ່ນຫາປາປະມານ 10.000 ລຳ, ໃນນັ້ນກຳ່ປັ່ນຫາປາທີ່ມີກຳລັງແຮງສູງ, ສາມາດຫາປາຢູ່ໄກຝັ່ງໄດ້ແມ່ນ 1.000 ກວ່າລຳ. ທົ່ວແຂວງມີທ່າກຳ່ປັ່ນຫາປາ 5 ແຫ່ງ, ໄລຍະຜ່ານມາໄດ້ຮັບການລົງທຶນປັບປຸງຍົກລະດັບຢ່າງທັນສະໄໝເພື່ອຮັບໃຊ້ໃຫ້ຊາວປະມົງ. ວັນທີ 13/2, ຢູ່ທ່າກຳ່ປັ່ນຕ່າງໆລ້ວນແຕ່ມີກຳ່ປັ່ນແຕ່ 10-30 ລຳອອກສູ່ທະເລໄປຫາປາ. ຢູ່ແຂວງ ບິ່ງທ້ວນ, ຊາວປະມົງຫຼາຍຄົນໄດ້ເລີ່ມອອກຈາກທ່າກຳ່ປັ່ນໄປຫາປາຢູ່ທະເລ ເຈື່ອງຊາ. ອ້າຍ ເລແຕ່ວຢຸງ, ເຈົ້າຂອງກຳ່ປັ່ນຫາປາ, ໃຫ້ຮູ້ວ່າ: ໃນການອອກສູ່ທະເລຄັ້ງນີ້, ກຳ່ປັ່ນຂອງອ້າຍຈະຫາປາໃນເວລາປະມານ 20 ວັນ.
“ປີນີ້ຫວັງວ່າຈະຫາປາໄດ້້ຫຼາຍ. ອາຊີບປະມົງໃນປະຈຸບັນກໍ່ອຳນວຍຄວາມສະດວກກວ່າຊຸມປີກ່ອນ. ຕົ້ນປີເດີນທາງອອກສູ່ທະເລ, ຜູ້ໃດກໍ່ປາຖະໜາຢາກຫາສິນທະເລໄດ້ຫຼາຍ“.