ກຳປັ່ນຮົບ HMS Albion ຂອງກອງທັບເຮືອແຫ່ງລາຊະອານາຈັກອັງກິດຢ້ຽມຢາມຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 3 ກັນຍາ, ກຳປັ່ນຮົບ HMS Albion ຂອງກອງທັບເຮືອແຫ່ງລາຊະອານາຈັກອັງກິດໂດຍທ່ານພັນເອກ Tim Neild ເປັນຜູ້ບັນຊາ ໄດ້ເຂົ້າທຽບທ່າກຳປັ່ນສາກົນນະຄອນໂຮ່ຈິມິນເລີ່ມຕົ້ນການຢ້ຽມຢາມມິດຕະພາບຫວຽດນາມເປັນເວລາ 4 ວັນ
ກຳປັ່ນຮົບ HMS Albion ຂອງກອງທັບເຮືອແຫ່ງລາຊະອານາຈັກອັງກິດຢ້ຽມຢາມຫວຽດນາມ - ảnh 1 ຄະນະບັນຊາການ ກຳປັ່ນຮົບ HMS Albion ຢ້ຽມຢາມຫວຽດນາມ

ການຢ້ຽມຢາມຫວຽດນາມຂອງ ກຳປັ່ນຮົບ HMS Albion ຄັ້ງນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງດານທູດລະຫວ່າງຫວຽດນາມ-ອັງກິດ (11ກັນຍາປີ 1973 - 11 ກັນຍາປີ 2018)  ແລະ ຜັນຂະຫຍາຍເນື້ອໃນຂໍ້ຕົກລົງລະຫວ່າງການນຳກະຊວງປ້ອງກັນປະເທດຂອງ 2 ປະເທດ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຊຸກຍູ້ການພົວພັນຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງ 2 ປະເທດ.

    ໃນໄລຍະຢ້ຽມຢາມຫວຽດນາມ, ຄະນະບັນຊາການ ກຳປັ່ນຮົບ HMS Albion  ໄດ້ເຂົ້າຢ້ຽມຄຳນັບການນຳນະຄອນໂຮ່ຈິມິນ, ກອງບັນຊາການທະຫານເຂດ 7 ແລະ ກອງບັນຊາການທະຫານເຮືອເຂດ 2; ແຂ່ງຂັນກິລາມິດຕະພາບກັບທະຫານເຂດ 2 ແລະ ກອງບັນຊາການທະຫານເຂດ 7 .

ຕອບກັບ

ຂ່າວ/ບົດ​ອື່ນ