(vovworld) - ຕອນເຊົ້າວັນທີ 16/9, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen, ຮອງປະທານພັກປະຊາຊົນກຳປູເຈຍ (CPP) ແລະ ປະທານພັກກູ້ຊາດຝ່າຍຄ້ານກຳປູເຈຍ (CNRP) Sam Rainsy ມີການພົບປະຄັ້ງທີ 2 ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ 5. ການພົບປະຄັ້ງນີ້ຖືກດຳເນີນໄປໃນສະພາບເກີດການປະທະກັນລະຫວ່າງກຳລັງຕຳຫຼວດ ກັບບັນດາຜູ້ແຫ່ຂະບວນປະທ້ວງສະໜັບສະໜູນພັກ CNRP ໃນວັນທີ 15/9 ເຮັດໃຫ້ 1 ຄົນເສຍຊີວິດ ແລະ ປະມານ 10 ຄົນຖືກຮັບບາດເຈັບ.
ກ່ອນການພົບປະລະຫວ່າງບັນດາການນຳ CNRP ແລະ CPP, ຝ່າຍຄ້ານໄດ້ຍົກອອກບັນດາເງື່ອນໄຂໃໝ່ເພື່ອຢຸດຕິການພິພາດດ້ານການເມືອງພາຍຫຼັງການເລືອກຕັ້ງ, ໃນນັ້ນມີການຮຽກຮ້ອງສ້າງຕັ້ງໂທລະພາບຂອງຝ່າຍຄ້ານ, ປະຕິຮູບຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC) ແລະ ລະບົບຈົດທະບຽນຜູ້ມີສິດເລືອກຕັ້ງ. ທ່ານ Sam Rainsy ໄດ້ຖະແຫຼງຫຼັກໝັ້ນຂອງ CNRP ບໍ່ປ່ຽນແປງ, ຕາມນັ້ນແລ້ວ, ຮຽກຮ້ອງສ້າງຕັ້ງຄະນະກຳມະການພິເສດດ້ວຍການເຂົ້າຮ່ວມຂອງສະຫະປະຊາຊາດເພື່ອສືບສວນບັນດາຄຳກ່າວຫາຂອງ CNRP ກ່ຽວກັບການສໍ້ໂກງໃນການເລືອກຕັ້ງຢູ່ປະເທດນີ້.
ແລະກໍ່ໃນວັນດຽວກັນ, ພັກ CPP ແລະ ພັກ CNRP ຕົກລົງຈະປະຕິບັດຕາມພະລາຊະດຳລັດຂອງພະບາດສົມເດັດພະເຈົ້າມະຫາຊີວິດ Norodom Sihamoni ບໍ່ປະໃຫ້ການໃຊ້ຄວາມຮຸນແຮງເກີດຂຶ້ນ, ສ້າງຕັ້ງຄະນະກຳມະການຮ່ວມເພື່ອປະຕິຮູບວຽກງານເລືອກຕັ້ງໃນອະນາຄົດ ແລະ ເຫັນດີສືບຕໍ່ພົບປະເພື່ອແກ້ໄຂບັນດາບັນຫາຂອງປະເທດຊາດພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ ຊຸດທີ 5. ຂໍ້ຕົກລົງດັ່ງກ່າວຂອງ 2 ພັກບັນລຸໄດ້ພາຍຫຼັງກອງປະຊຸມລັບຢູ່ສຳນັກງານສະພາແຫ່ງຊາດລະຫວ່າງຄະນະຜູ້ແທນຂັ້ນສູງພັກ CPP ໂດຍທ່ານນາຍົກລັດຖະມົນຕີ, ທັງເປັນຮອງປະທານພັກ Hunsen ນຳໜ້າ ແລະ ຄະນະຜູ້ແທນພັກ CNRP ໂດຍປະທານ Sam Rainsy ນຳໜ້າ.