ກຳປູເຈຍ: ປະທານພັກຝ່າຍຄ້ານ CNRP ຖືກຈັບຕົວດ້ວຍຄຳກ່າວຫາທໍລະຍົກຕໍ່ຊາດ

(VOVWORLD) -ວັນທີ 03 ກັນຍາ, ກຳລັງທີມີໜ້າທີ່ຢູ່ກຳປູເຈຍ ໄດ້ຈັບຕົວທ່ານ Kem Sokha, ປະທານພັກກູ້ໄພແຫ່ງຊາດກຳປູເຈຍ (CNRP) ຝ່າຍຄ້ານ, ດ້ວຍຄຳກ່າວຫາ ມີການກະທຳທໍລະຍົກຕໍ່ຊາດ ແລະ ການກະທຳເປັນນັກສືບ.
ກຳປູເຈຍ: ປະທານພັກຝ່າຍຄ້ານ CNRP ຖືກຈັບຕົວດ້ວຍຄຳກ່າວຫາທໍລະຍົກຕໍ່ຊາດ - ảnh 1  (ການຈັບຕົວຖືກດຳເນີນໃນເວລາ 0 ໂມງ 35 ນາທີ, ວັນທີ 03 ກັນຍາ)

ສື່ເອເລັກໂຕນິກ Fresh News ຂອງກຳປູເຈຍ ໄດ້ຄັດສະເໜີແຈ້ງການຂອງລັດຖະບານແຫ່ງລາຊະອານາຈັກປະເທດນີ້ ໃຫ້ຮູ້ວ່າ: ການຈັບຕົວຖືກດຳເນີນໃນເວລາ 0 ໂມງ 35 ນາທີ, ວັນທີ 03 ກັນຍາ. ກຳລັງທີ່ມີໜ້າທີ່ຢູ່ກຳປູເຈຍ ໄດ້ຈັບຕົວທ່ານ Kem Sokha ຍ້ອນມີພະຍານຫຼັກຖານຢ່າງຈະແຈ້ງວ່າ ເທບວີດີໂອ ເຊິ່ງແວັບໄຊ CBN (Cambodian Broadcasting Network)  ມີສຳນັກງານຕັ້ງຢູ່ອົດສະຕາລີ ແລະ ມີພະຍານຫຼັກຖານອື່ນໆອີກ ໄດ້ຊີ້ໃຫ້ເຫັນວ່າ, ທ່ານ Kem Sokha ແລະ ພວກ ສົມຮູ້ຮ່ວມຄິດໄດ້ຮ່ວມມືກັບຕ່າງປະເທດ ສົ່ງຜົນສະທ້ອນເຖິງປະເທດຊາດ. ລັດຖະບານ ກຳປູເຈຍ ໄດ້ກ່າວປະນາມການກະທຳດັ່ງກ່າວແມ່ນທໍລະຍົກຕໍ່ຊາດ ແລະ ການເຄື່ອນໄຫວສືບຂ່າວໄດ້ກຳນົດໃນກົດໝາຍວ່າດ້ວຍອາຍາ. ລັດຖະບານໄດ້ແຈ້ງໃຫ້ຊາບວ່າ ສານຈະແກ້ໄຂເຫດການດັ່ງກ່າວຖືກຕາມຂໍ້ກຳນົດຂອງກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ