ກຳປູເຈຍ:CNRPໂຈະການເຈລະຈາກັບCPP
ກຳມະກອນໂຮງງານຕັດຫຍີບແຫ່ຂະບວນປະທ້ວງ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)
(vovworld) – ພັກກູ້ໄພແຫ່ງຊາດ ກຳປູເຈຍ (CNRP) ຝ່າຍຄ້ານໄດ້ຕົກລົງໂຈະການເຈລະຈາກັບພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດຂອງທ່ານນາຍົກລັດຖະມົນຕີ Hunsen, ເຊິ່ງຄາດວ່າດຳເນີນໃນວັນທີ 3/1 ດ້ວຍສາຍເຫດທີ່ວ່າ ວົງການເຈົ້າໜ້າທີ່ກຳປູເຈຍ ໄດ້ຍຸບເລີກການແຫ່ຂະບວນປະທ້ວງຂອງກຳມະກອນຢູ່ໂຮງງານຕັດຫຍິບແຫ່ງໜຶ່ງຢູ່ຊານນະຄອນຫຼວງ ພະນົມເປັນ. CNRP ຖະແຫຼງຈະເຊື່ອມຕໍ່ການເຈລະຈາ ຖ້າຫາກອຳນາດການປົກຄອງຢຸດຕິການໃຊ້ຄວາມຮຸນແຮງ.
ເຖິງຢ່າງໃດກໍ່ຕາມ, ໂຄສົກຂອງສາລະວັດທະຫານລາຊະອານາຈັກ ກຳປູເຈຍ, ທ່ານ Kheng Tito ໃຫ້ຮູ້ວ່າ: ບັນດາກຳມະກອນເຂົ້າຮ່ວມການແຫ່ຂະບວນປະທ້ວງໄດ້ທຳລາຍຊັບສິນຂອງໂຮງງານ ອັນໄດ້ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບຕ້ອງມີມາດຕະການສະກັດກັ້ນ. ຕອນຄຳ່ວັນທີ 2/1, CPP ໄດ້ສະແດງຄວາມເສຍດາຍຕໍ່ຄຳຕັດສິນໂຈະການເຈລະຈາຂອງ CNRP, ຖືວ່າ CNRP ໄດ້ສວຍໃຊ້ຄວາມຂັດແຍ່ງລະຫວ່າງວົງການເຈົ້າໜ້າທີ່ ແລະ ກຳມະກອນແຫ່ຂະບວນປະທ້ວງ ເພື່ອໂຈະແຜນການເຈລະຈາ. ສິ່ງດັ່ງກ່າວສະແດງໃຫ້ເຫັນ CNRP ບໍ່ປາດຖະໜາຢາກຊອກຫາມາດຕະການຜ່ານການເຈລະຈາ. ກໍ່ໃນຄຳຖະແຫຼງນີ້, CPP ຊຸກຍູ້ໃຫ້ CNRP ຢຸດຕິການຍຸຍົງສົ່ງເສີມການໃຊ້ຄວາມຮຸນແຮງ ແລະ ກໍຄວາມສັບສົນທາງສັງຄົມ ແລະ ກັບຄືສູ່ການເຈລະຈາໃນທັນທີເພື່ອແກ້ໄຂບັນຫາຢ່າງສັນຕິພາບ ແລະ ເພື່ອຜົນປະໂຫຍດຂອງຊາດ.