ກຳປູເຈຍ:ນາຍົກລັດຖະມົນຕີຮູນແຊນເປັນປະທານໃໝ່ຂອງພັກCPP

ກຳປູເຈຍ:ນາຍົກລັດຖະມົນຕີຮູນແຊນເປັນປະທານໃໝ່ຂອງພັກCPP - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຮູ​ນ​ແຊນ
(ພາບ: TTXVN)


(vovworld) – ກອງ​ປະຊຸມ​ຄັ້ງ​ທີ 38 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/6, ​ໄດ້​ເຫັນ​ດີ​ເລືອກ​ຕັ້ງທ່າ​ນ ຮູ​ນ​ແຊນ, ຮອງ​ປະທານ CPP ​ເປັນ​ປະທານ​ຄົນ​ໃໝ່​ແທນ​ໃຫ້​ທ່ານ​ປະທານ​ເຈຍ​ຊິ​ມ, ທີ່​ໄດ້​ມໍລະນະ​ກຳ​ເມື່ອ​ວັນ​ທີ 8/6, ນອກ​ນັ້ນ, ທ່ານ ​ໄຊ​ຈູ​ນ, ກຳມະການ​ຄະນະ​ປະຈຳ, ຫົວໜ້າ​ຄະນະ​ປະຈຳການ​ຄະນະ​ປະຈຳ ​ແລະ ທ່ານ ຊາ​ເຄັງ, ກຳມະການ​ຄະນະ​ປະຈຳການ, ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ CPP.

        ກອງ​ປະຊຸມ​ຄັ້ງ​ທີ 38 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ກຳປູ​ເຈຍ ດຳ​ເນີນ​ພາຍຫຼັງ​ພິທີ​ຊາ​ປະ​ນາ​ກິດ​ສົບ ສົມ​ເດັດ ອັກຄະມະຫາ​ ທຳ​ມະ​ໂພທິ​ສານ​ເຈຍ​ຊິ​ມ ໜຶ່ງ​ວັນ. ທີ່​ກອງ​ປະຊຸມ​ນີ້, CPP ກໍ່​ປະ​ເມີນ​ສະພາບ​ການ​ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ວາງ​ທິດ​ທາງ​ເຄື່ອນ​ໄຫວ​ໃນ 6 ​ເດືອນ​ທ້າຍ​ປີ.

ຂ່າວ/ບົດ​ອື່ນ