ກຳປູເຈຍສືບຕໍ່ຕໍ່ກຳນົດເວລາກັກຂັງຊົ່ວຄາວສຳລັບອະດີດຫົວໜ້າຝ່າຍຄ້ານ

(VOVWORLD) - ວັນທີ 05 ມີນາ, ສານພິພາກສາຂັ້ນຕົ້ນພະນົມເປັນ ຕັດສິນຕໍ່ກຳນົດເວລາກັກຂັງຊົ່ວຄາວຕື່ມອີກ 6 ເດືອນສຳລັບ Kem Sokha, ອະດີດປະທານພັກກູ້ຊາດ (CNRP) ຝ່າຍຄ້ານ ປະຈຸບັນຖືກຍົກເລີກ, ເພື່ອດຳເນີນບັນດາມາດຕະການດຳເນີນຄະດີຕໍ່ໄປ.

ກຳປູເຈຍສືບຕໍ່ຕໍ່ກຳນົດເວລາກັກຂັງຊົ່ວຄາວສຳລັບອະດີດຫົວໜ້າຝ່າຍຄ້ານ - ảnh 1 ກຳປູເຈຍສືບຕໍ່ຕໍ່ກຳນົດເວລາກັກຂັງຊົ່ວຄາວສຳລັບອະດີດຫົວໜ້າຝ່າຍຄ້ານ

(ພາບປະກອບ: AFP/TTXVN)

ສານພິພາກສາຂັ້ນຕົ້ນ ພະນົມເປັນ ໄດ້ຍົກອອກຄຳຕັດສິນດັ່ງກ່າວພາຍຫຼັງການສອບສວນທ່ານຜູ້ນີ້ຢູ່ຄ້າຍຄຸມຂັງ Trapeng Phlong ຢູ່ແຂວງ Tbong Khmum ໃນວັນດຽວກັນ.

        ໃນຂະນະນັ້ນ, ກ່າວປາໄສທີ່ພິທີເປີດສະຫຼອງກິດຈະກຳຢູ່ວັດແຫ່ງໜຶ່ງຢູ່ຊານນະຄອນຫຼວງ ພະນົມເປັນ ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ຖະແຫຼງວ່າ, ທ່ານຈະບໍ່ສະເໜີຕໍ່ພະບາດສົມເດັດພະບໍລົມມະນຽດອະໄພຍະໂທດໃຫ້ Kem Sokha ແລະ ບໍ່ເຈລະຈາກັບບັນດາຫົວໜ້າຂອງພັກຝ່າຍຄ້ານທີ່ຖືກຕັດສິນລົງໂທດທາງອາຍາ.

ຕອບກັບ

ຂ່າວ/ບົດ​ອື່ນ