ກຳມະບານ VOV ສະໜັບສະໜູນພໍ່ແມ່ປະຊາຊົນເຂດຖືກເສຍຫາຍຈາກໄພທຳມະຊາດຢູ່ ງວຽນບິ່ງ, ກາວບັ່ງ

(VOVWORLD) - ທ່ານ ຫວູ້ຫາຍກວາງ ໄດ້ມອບຈຳນວນເງິນ 50 ລ້ານດົ່ງ (ປະມານ 2.000 USD) ພ້ອມກັບຂອງຂວັນຫຼາຍພູດ ເຊິ່ງແມ່ນທັນຍາຫານ ແລະ ເຄື່ອງອຸປະກອນທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນເຂດຖືກເສຍຫາຍຈາກໄພທຳມະຊາດຂອງເມືອງ ງວຽນບິ່ງ.
ກຳມະບານ VOV ສະໜັບສະໜູນພໍ່ແມ່ປະຊາຊົນເຂດຖືກເສຍຫາຍຈາກໄພທຳມະຊາດຢູ່ ງວຽນບິ່ງ, ກາວບັ່ງ - ảnh 1(ທ່ານ ຫວູ້ຫາຍກວາງ ໄດ້ມອບຈຳນວນເງິນ 50 ລ້ານດົ່ງໃຫ້ການນຳເມືອງ ງວຽນບິ່ງ)

        ວັນທີ 19 ກັນຍາ, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຫວູຫາຍກວາງ, ປະທານກຳມະບານ VOV, ໄດ້ນຳໜ້າຄະນະປະຕິບັດງານໄປຢື້ຢາມຖາມຂ່າວ, ມອບຂອບຂວັນໃຫ້ພໍ່ແມ່ປະຊາຊົນເຂດຖືກເສຍຫາຍຈາກໄພທຳມະຊາດຢູ່ເມືອງ ຫງວຽນບິ່ງ, ແຂວງ ກາວບັ່ງ.

        ຢູ່ທີ່ນີ້, ໂດຍຕາງໜ້າໃຫ້ຄະນະປະຕິບັດງານ, ທ່ານ ຫວູ້ຫາຍກວາງ ໄດ້ມອບຈຳນວນເງິນ 50 ລ້ານດົ່ງ (ປະມານ 2.000 USD) ພ້ອມກັບຂອງຂວັນຫຼາຍພູດ ເຊິ່ງແມ່ນທັນຍາຫານ ແລະ ເຄື່ອງອຸປະກອນທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນເຂດຖືກເສຍຫາຍຈາກໄພທຳມະຊາດຂອງເມືອງ ງວຽນບິ່ງ. ທ່ານ ຫວູຫາຍກວາງ ໃຫ້ຮູ້ວ່າ: ບັນດາຂອງຂວັນທີ່ມີຄວາມໝາຍດັ່ງກ່າວເຊິ່ງແມ່ນພະນັກງານ, ບັນນາທິການ, ນັກເຕັກນິກ, ຜູ້ອອກແຮງງານຂອງ VOV, ກໍຄືບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸ້ສົນປະກອບເຂົ້ານັ້ນ.

        “ແຕ່ວັນທີ 08 ກັນຍາ ມາຮອດປະຈຸບັນ, ພວກຂ້າພະເຈົ້າໄດ້ຈັດການໄປກູ້ໄພກູ້ຊີບຢ່າງຕໍ່ເນື່ອງ, ໜູນຊ່ວຍບັນດາແຂວງຖືກເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸເລກທີ 3 ແລະ ສະພາບນ້ຳຖ້ວມຄັ້ງປະຫວັດສາດຢູ່ບັນດາແຂວງ ທິດຕາເວັນອອກສ່ຽງເໜືອ, ທິດຕາເວັນຕົກສ່ຽງເໜືອ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ຮຽກຮ້ອງຜ່ານຄື້ນກະຈາຍສຽງຂອງ VOV ສຳລັບພໍ່ແມ່ປະຊາຊົນ ຫວຽດນາມ ຢູ່ພາຍໃນປະເທດ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ເພື່ອສືບຕໍ່ຮ່ວມແຮງຮ່ວມໃຈແບ່ງປັນບັນເທົ່າໃຫ້ກັບພໍ່ແມ່ປະຊາຊົນ ແລະ ພ້ອມກັບອຳນາດການປົກຄອງທ້ອງຖິ່ນ ຊ່ວຍໃຫ້ພໍ່ແມ່ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ຄວາມເສຍຫາຍຄືໃນໄລຍະຜ່ານມາ”.

ຕອບກັບ

ຂ່າວ/ບົດ​ອື່ນ