(vovworld) - ວັນທີ 10/8, ຢູ່ແຂວງວິ້ງຟຸກ, ຄະນະຕິດຕາມຄວດກາກຳມາທິການ - ງົບປະມານແຫ່ງລັດສະພາແຫ່ງຊາດ ໂດຍທ່ານປະທານກຳມາທິການ - ງົບປະມານແຫ່ງລັດສະພາແຫ່ງຊາດຫວຽດນາມ Phung Quoc Hien ເປັນຫົວໜ້າຄະນະ ໄດ້ລົງຕິດຕາມກວດກາສະພາບການປະຕິບັດໂຄງການກໍ່ສ້າງເສັ້ນທາງດ່ວນໂນ້ຍບາຍ - ລາວກາຍ, ໂດຍບໍລິສັດໃຫຍ່ລົງທຶນພັດທະນາເສັ້ນທາງດ່ວນຫວຽດນາມ, ຂຶ້ນກັບກະຊວງໂຄມມະນາຄົມຂົງສົ່ງເປັນເຈົ້າຂອງການລົງທຶນ, ເສັ້ນທາງມີລວງຍາວ 264 ກມ, ຜ່ານ 5 ແຂວງຄື; ຮ່າໂນ້ຍ, ວິ້ງຟຸກ, ຟຸ໋ທໍ້, ອຽນບ໋າຍ ແລະ ລາວກາຍ. ຍອດຈຳນວນເງິນລົງທຶນໃຫ້ແກ່ໂຄງການໃນໄລຍະ 1 ແມ່ນເກືອບ 2 ໝື່ນຕື້ດົງ. ເສັ້ນທາງດ່ວນນີ້ແມ່ນໂຄງການຈຸດສຸມແຫ່ງຊາດ ເຊິ່ງນວນໃນໂຄງການຮ່ວມມືລະຫວ່າງລັດຖະບານຫວຽດນາມ ແລະ ຈີນ ກ່ຽວກັບການກໍ່ສ້າງ ແລະ ພັດທະນາສອງແລວເສດຖະກິດ ແລະ ໜຶ່ງຂອບອ້ອມເສດຖະກິດຈຸດສຸມ. ເມື່ອເສັ້ນທາງໄດ້ຮັບການກໍ່ສ້າງສຳເລັດ ຈະສ້າງລະບົບຄົມມະນາຄົມຂົງສົ່ງລະຫວ່າງເຂດ, ແມ່ນປັດໃຈເພື່ອຂຸດຄົ້ນທ່າແຮງຂອງບັນດາທ້ອງຖິ່ນຢູ່ພາຍໃນເຂດ ແລະ ເປັນພື້ນຖານຊຸກຍູ້ການເຕີບໂຕເສດຖະກິດຂອງປະເທດຊາດ.