ຄະນະຜູ້ແທນກຳມາທິການການເງິນງົບປະມານສະພາແຫ່ງຊາດຫວຽດນາມ
ຢ້ຽມຢາມ ແລະ ເຮັດວຽກຢູ່ກຸຍບາ
(ພາບ: TTXVN)
(vovworld) - ໃນລະຫວ່າງວັນທີ 31 ກໍລະກົດ - 04 ສິງຫາ, ຄະນະຜູ້ແທນກຳມາທິການການເງິນງົບປະມານສະພາແຫ່ງຊາດຫວຽດນາມ ໂດຍທ່ານ ຟຸ່ງກ໋ວກຫຽນ, ປະທານກຳມາທິການນຳໜ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ກຸຍບາ ເພື່ອແນໃສ່ເພີ່ມທະວີການພົວພັນ ແລະ ທາບທາມຮູບແບບເຄື່ອນໄຫວຂອງບັນດາກຳມາທິການສະພາແຫ່ງຊາດກຸຍບາ. ຄະນະຜູ້ແທນໄດ້ມີການເຮັດວຽກກັບທ່ານນາງ Yolanda Ferrer, ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ; ທ່ານນາງ Grisel Castro Alfonso, ຫົວໜ້າກຳມາທິການບັນດາເສດຖະກິດສະພາແຫ່ງຊາດກຸຍບາ ແລະ ທ່ານ Joaquin Miguel Bernal, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບກຸຍບາ - ຫວຽດນາມ. ທີ່ການພົບປະຕ່າງໆ ຝ່າຍກຸຍບາ ຕີລາຄາສູງການຢ້ຽມຢາມຂອງຄະນະຜູ້ແທນຫວຽດນາມ, ຊຶ່ງໄດ້ປະກອບສ່ວນເຂົ້າໃນການປັບປຸງການພົວພັນຮ່ວມມືມິດຕະພາບລະຫວ່າງສະພາແຫ່ງຊາດ 2 ປະເທດ. ທ່ານຫົວໜ້າຄະນະຜູ້ແທນຫວຽດນາມ ຟຸ່ງກ໋ວກຫຽນ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ພວມຢູ່ໃນວິວັດການປ່ຽນໃໝ່ ເພື່ອຍົກສູງບົດບາດ, ຄວາມຮັບຜິດຊອບ, ສະແດງໃຫ້ເຫັນສິດອຳນາດຂອງປະຊາຊົນໃນຊີວິດສັງຄົມ.