(ພາບປະກອບ)
(vovworld) - ວັນທີ 28/01 ກຳມາທິການພົວພັນຕ່າງປະເທດຂອງສະພາສູງ ອາເມລິກາ ໄດ້ໃຫ້ສັດຕະຍາບັນຮ່າງກົດໝາຍເປີດກ້ວາງບັນດາມາດຕະການລົງໂທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍ, ສຳເນົາເອກະສານສິດທິມະນຸດ ແລະ ບັນດາການເຄື່ອນໄຫວທາງເຄືອຂ່າຍອິນເຕີແນັດຂອງ ພຽງຢາງ. ຮ່າງກົດໝາຍ ໄດ້ຮັບການຮັບຮອງເອົາ ດ້ວຍບັດສະໜັບສະໜູນຈຳນວນຫລາຍ ແລະ ບັນດາສະມາຊິກຂອງກຳມາທິການນີ້ ໃຫ້ຮູ້ວ່າ: ເຂົາເຈົ້າລໍຖ້າຮ່າງກົດໝາຍຈະໄດ້ຮັບຮອງເອົາຈາກສະພາສູງ ແລະ ໄດ້ຮັບການເຊັນໃຫ້ສັດຕະຍາບັນເປັນກົດໝາຍ ຈາກທ່ານປະທານາທິບໍດີ Barack Obama.
ກ່ອນໜ້ານັ້ນ, ວັນທີ 12/01 ສະພາຕ່ຳ ອາເມລິກາ ກໍ່ໄດ້ຮັບຮອງເອົາຮ່າງກົດໝາຍເປີດກ້ວາງການລົງໂທດ ສປປ ເກົາຫຼີ ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງປະເທດນີ້. ການກະທຳດັ່ງກ່າວ ດຳເນີນໃນພຽງ 2, 3 ວັນເທົ່ານັ້ນ ເມື່ອ ພຽງຢາງ ຖະແຫຼງການໄດ້ທົດລອງນິວເຄຼຍຢ່າງສຳເລັດຜົນ.